AI ບໍ່ສາມາດແທນທີ່ໃຫ້ຄຳປຶກສາ ແລະ ດູແລຜູ້ປ່ວຍທາງຈິດໄດ້ 100%

ສຳລັບຄົນຮຸ່ນໃໝ່ຫຼາຍຄົນ, ການປຶກສາບັນຫາຄວາມເຄັ່ງຕຶງ ຫຼື ຄວາມວິຕົກກັງວົນກັບຄົນໃກ້ຊິດບາງຄັ້ງອາດສ້າງຄວາມກັງວົນເລື່ອງການຖືກຕັດສິນ ການມີ AI ເປັນຄູ່ສົນທທະນາທີ່ພ້ອມຮັບຟັງຕະຫຼອດ 24 ຊົ່ວໂມງ ໂດຍບໍ່ມີຄວາມຮູ້ສຶກຕັດສິນໃດໆ ຊ່ວຍໃຫ້ພວກເຂົາສາມາດລະບາຍຄວາມໃນໃຈ, ຄວາມຮູ້ສຶກອັດອັ້ນ ຫຼື ຄວາມກົດດັນອອກມາໄດ້ຢ່າງສະບາຍໃຈ ເຊິ່ງຊ່ວຍຫຼຸດຜ່ອນຄວາມໂດດດ່ຽວລົງໄດ້ໃນລະດັບໜຶ່ງ.

AI ຫຼາຍເວທີໃນປັດຈຸບັນ ຖືກພັດທະນາຂຶ້ນໂດຍອີງໃສ່ຫຼັກການທາງຈິດຕະວິທະຍາ ເຊັ່ນ: Cognitive Behavioral Therapy (CBT) ມັນສາມາດແນະນຳວິທີການຝຶກຫາຍໃຈ, ການຈັດການກັບຄວາມຄິດລົບ, ການຂຽນລະບາຍຄວາມຮູ້ສຶກ ຫຼື ການສ້າງສະຕິໃນຊ່ວງເວລາທີ່ຈິດໃຈວົນວຽນ ເຮັດໃຫ້ຜູ້ໃຊ້ສາມາດຕັ້ງສະຕິ ແລະ ຜ່ານພົ້ນຊ່ວງເວລາທີ່ຍາກລຳບາກໄປໄດ້ໃນເບື້ອງຕົ້ນ.

ເຖິງແມ່ນວ່າ AI ຈະມີປະໂຫຍດໃນການເປັນເພື່ອນຄູ່ຄິດເບື້ອງຕົ້ນ, ແຕ່ຜູ້ຊ່ຽວຊານດ້ານສຸຂະພາບຈິດທົ່ວໂລກຕ່າງເນັ້ນຢ້ຳວ່າ AI ບໍ່ສາມາດທົດແທນການປິ່ນປົວຈາກຈິດຕະແພດ ຫຼື ນັກຈິດຕະວິທະຍາຜູ້ຊ່ຽວຊານໄດ້ ມັນເປັນພຽງເຄື່ອງມືຊ່ວຍເຫຼືອເບື້ອງຕົ້ນ ເທົ່ານັ້ນ. ຫາກພົບວ່າຄວາມເຄັ່ງຕຶງ ຫຼື ອາລົມຊຶມເສົ້າເລີ່ມສົ່ງຜົນກະທົບຕໍ່ຊີວິດປະຈຳວັນ ຄວນປຶກສາຜູ້ຊ່ຽວຊານດ້ານການແພດໂດຍກົງ.

ແຫຼ່ງອ້າງອີງ: World Health Organization (WHO)

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
538,500FollowersFollow
0SubscribersSubscribe
- Advertisement -spot_img

Latest Articles