ຫຼາຍຄົນມັກເຂົ້າໃຈຜິດວ່າ “ນິໂຄຕິນ” (Nicotine) ຄືສານທີ່ກໍ່ໃຫ້ເກີດມະເຮັງ ແຕ່ໃນທາງການແພດໄດ້ຢືນຢັນແລ້ວວ່າ ນິໂຄຕິນເປັນພຽງສານທີ່ເຮັດໃຫ້ “ເສບຕິດ” ເທົ່ານັ້ນ. ສ່ວນຕົວການຮ້າຍກາດທີ່ກໍ່ໃຫ້ເກີດມະເຮັງຢ່າງຮຸນແຮງ ແມ່ນສານພິດອື່ນໆ ທີ່ແຝງຢູ່ນຳ ຄວັນຢາສູບ ເຊິ່ງມີຫຼາຍກວ່າ 70 ຊະນິດ.
ແລະ ນີ້ແມ່ນ 3 ຕົວການຮ້າຍກາດ ທີ່ກໍ່ໃຫ້ເກີດມະເຮັງຫຼາຍທີ່ສຸດໃນຄວັນຢາສູບ:
1. ນ້ຳມັນທາ (Tar) ຫຼື ຢາງຢາສູບ
ຄວາມຮ້າຍກາດ: ເປັນຂອງແຫຼວໜຽວສີດຳທີ່ເກີດຈາກການເຜົາໄໝ້ໃບຢາສູບ. ນໍ້າມັນທາ ເປັນບ່ອນຮວບຮວມຂອງສານກໍ່ມະເຮັງຫຼາຍສິບຊະນິດ.
ຜົນກະທົບ: ເມື່ອສູບເຂົ້າໄປ ມັນຈະຕົກຄ້າງ ແລະ ເຄືອບຢູ່ປອດ, ທຳລາຍຂົນແປງຂະໜາດນ້ອຍ ເຮັດໃຫ້ປອດບໍ່ສາມາດທຳຄວາມສະອາດໂຕເອງໄດ້ ຈົນເກີດການກາຍພັນເປັນຈຸລັງມະເຮັງ.
2. ກຸ່ມສານໄຮໂດຣຄາບອນ (Polycyclic Aromatic Hydrocarbons – PAHs)
ຄວາມຮ້າຍກາດ: ໂດຍສະເພາະສານ Benzo[a]pyrene ເຊິ່ງໄດ້ຮັບການຈັດອັນດັບຈາກອົງການອະນາໄມໂລກ (WHO) ແລະ ສະຖາບັນວິໄຈມະເຮັງນານາຊາດ (IARC) ວ່າເປັນສານກໍ່ມະເຮັງກຸ່ມ 1 (ມີຫຼັກຖານຊັດເຈນວ່າກໍ່ມະເຮັງໃນມະນຸດ).
ຜົນກະທົບ: ສານໂຕນີ້ຈະເຂົ້າໄປທຳລາຍ ແລະ ເຮັດໃຫ້ DNA ໃນຈຸລັງປອດກາຍພັນ ໂດຍສະເພາະຢີນ p53 ທີ່ເຮັດໜ້າທີ່ຢັບຢັ້ງກ້ອນເນື້ອຮ້າຍ ເຮັດໃຫ້ຈຸລັງມະເຮັງຈະເລີນເຕີບໂຕຢ່າງເລັ່ງດ່ວນ.
3. ສານໄນໂຕຣຊາມີນໃນຢາສູບ (Tobacco-Specific Nitrosamines – TSNAs)
ຄວາມຮ້າຍກາດ: ເຊັ່ນ ສານ NNK ແລະ NNN ເຊິ່ງເກີດຂຶ້ນໃນຂະບວນການໝັກ ແລະ ອົບໃບຢາສູບ.
ຜົນກະທົບ: ເປັນສານກໍ່ມະເຮັງທີ່ມີຄວາມຮຸນແຮງສູງຫຼາຍ ສາມາດກໍ່ໃຫ້ເກີດມະເຮັງປອດ, ມະເຮັງຊ່ອງປາກ, ມະເຮັງຫຼອດອາຫານ ແລະ ມະເຮັງຕັບອ່ອນ ໄດ້ຢ່າງວ່ອງໄວ.
ອົງການອະນາໄມໂລກລະບຸວ່າ ໃນຄວັນຢາສູບມີສານເຄມີຫຼາຍກວ່າ 5,000–7,000 ຊະນິດ, ມີສານພິດຫຼາຍກວ່າ 250 ຊະນິດ ແລະ ມີສານກໍ່ມະເຮັງທີ່ພິສູດແລ້ວຢ່າງນ້ອຍ 70 ຊະນິດ ບໍ່ວ່າຈະເປັນຜູ້ສູບເອງ ຫຼື ຜູ້ທີ່ໄດ້ຮັບ ຄວັນຢາສູບມືສອງ ກໍມີຄວາມສ່ຽງເກີດມະເຮັງປອດ ແລະ ພະຍາດຫົວໃຈໄດ້ບໍ່ຕ່າງກັນ.
ແຫຼ່ງຂໍ້ມູນອ້າງອີງ: World Health Organization (WHO), (IARC)


