ໃຊ້ໃບໄມ້ເໜັບແອວເວລາແລ່ນອອກກຳລັງກາຍ ມັນຊ່ວຍອາການຈຸກທ້ອງໄດ້ແທ້ບໍ?

ອາການ “ຈຸກຂ້າງທ້ອງ” ເວລາອອກກຳລັງກາຍ ເກີດຈາກຫຍັງ? ແລະ ວິທີແກ້ໄຂທີ່ຖືກຕ້ອງ ອາການເຈັບແປບໆ ຫຼື ຈຸກຂ້າງທ້ອງ (ພາສາອັງກິດເອີ້ນວ່າ Side Stitch ຫຼື ຊື່ທາງການແພດວ່າ Exercise-Related Transient Abdominal Pain – ETAP) ແມ່ນອາການທີ່ຄົນອອກກຳລັງກາຍ ໂດຍສະເພາະນັກແລ່ນ ມັກພົບເລື້ອຍໆ ເຖິງວ່າຈະບໍ່ອັນຕະລາຍ ແຕ່ກໍ່ສ້າງຄວາມທໍລະມານ ແລະ ອາດເຮັດໃຫ້ຕ້ອງຢຸດອອກກຳລັງກາຍກາງຄັນ.

ຈົນເຖິງປັດຈຸບັນ ນັກວິທະຍາສາດຍັງບໍ່ທັນມີຄຳຕອບທີ່ແນ່ນອນ 100% ແຕ່ມີສົມມຸດຖານຫຼັກໆ ທີ່ໄດ້ຮັບການຍອມຮັບຫຼາຍທີ່ສຸດຄື:

1. ການລະຄາຍເຄືອງຂອງເຍື່ອຫຸ້ມທ້ອງ (Peritoneum)

ນີ້ແມ່ນທິດສະດີທີ່ໄດ້ຮັບການຍອມຮັບຫຼາຍທີ່ສຸດໃນປັດຈຸບັນ ເຍື່ອບາງໆ ທີ່ຫຸ້ມອະໄວຍະວະພາຍໃນທ້ອງ ຈະເກີດການສຽດສີກັນເວລາອະໄວຍະວະພາຍໃນ (ໂດຍສະເພາະຕັບ) ຂະຫຍັບໄປມາຕາມຈັງຫວະການແລ່ນ ຫຼື ຫາຍໃຈ, ເຮັດໃຫ້ເກີດການລະຄາຍເຄືອງ ແລະ ເຈັບ.

2. ກະເພາະອາຫານເຕັມເກີນໄປ

ການກິນອາຫານ ຫຼື ດື່ມນ້ຳຫຼາຍເກີນໄປ ກ່ອນອອກກຳລັງກາຍ (ໂດຍສະເພາະນ້ຳຫວານ ຫຼື ນ້ຳໝາກໄມ້ທີ່ມີນ້ຳຕານສູງ) ເຮັດໃຫ້ກະເພາະໜັກ ແລະ ດຶງອະໄວຍະວະພາຍໃນ ເຮັດໃຫ້ເກີດການລະຄາຍເຄືອງງ່າຍຂຶ້ນ.

3. ການຫາຍໃຈບໍ່ຖືກຈັງຫວະ

ການຫາຍໃຈຕື້ນ ຫຼື ຫາຍໃຈບໍ່ສຳພັນກັບຈັງຫວະການແລ່ນ ອາດເຮັດໃຫ້ກ້າມເນື້ອກະບັງລົມ (Diaphragm) ເຮັດວຽກໜັກເກີນໄປ ຈົນເກີດການລ້າ ຫຼື ຂາດເລືອດໄປລ້ຽງຊົ່ວຄາວ.

ວິທີແກ້ໄຂ ເມື່ອເກີດອາການຈຸກຂະນະອອກກຳລັງກາຍ ຈະບໍ່ແມ່ນການນຳເອົາໃບໄມ້ມາເໜັບໃສ່ແອວ ແຕ່ຄວນປະຕິບັດດັ່ງນີ້:

1. ຊະລໍຄວາມໄວ ຫຼື ຢຸດພັກຊົ່ວຄາວ

ຫຼຸດຄວາມໄວລົງ ຫຼື ຍ່າງຊ້າໆ ຈົນກວ່າອາການຈະບັນເທົາເບົາລົງ ບໍ່ຄວນຝືນແລ່ນຕໍ່ ເພາະຈະຍິ່ງເຮັດໃຫ້ອາການເຈັບໜັກຂຶ້ນ

2. ປັບຈັງຫວະການຫາຍໃຈ

ໃຫ້ຫາຍໃຈເຂົ້າເລິກໆ ຜ່ານທາງກະບັງລົມ ແທນທີ່ຈະຫາຍໃຈຕື້ນຜ່ານໜ້າເອິກຢ່າງດຽວ ນອກຈາກນີ້ ອາດລອງປັບຈັງຫວະການຫາຍໃຈໃຫ້ບໍ່ຊົນກັບຈັງຫວະການລົງພື້ນຂອງຕີນຂ້າງທີ່ເຈັບ (ຕົວຢ່າງ: ຖ້າເຈັບຂ້າງຂວາ ໃຫ້ຫາຍໃຈອອກເວລາຕີນຊ້າຍລົງພື້ນແທນ)

3. ກົດ ຫຼື ນວດຈຸດທີ່ເຈັບ

ໃຊ້ມືກົດເບົາໆ ຢູ່ຈຸດທີ່ເຈັບ ພ້ອມກັບກົ້ມຕົວໄປທາງໜ້າເລັກນ້ອຍ ຈະຊ່ວຍຫຼຸດການດຶງຈ່ອງຂອງເຍື່ອຫຸ້ມທ້ອງໄດ້

4. ຢືດຕົວ ແລະ ຫາຍໃຈອອກຍາວໆ

ຍົກແຂນຂ້າງທີ່ເຈັບຂຶ້ນເທີງຫົວ ພ້ອມກັບຫາຍໃຈອອກຍາວໆຊ້າໆ ຈະຊ່ວຍຄາຍກ້າມເນື້ອກະບັງລົມ ແລະ ບັນເທົາອາການໄດ້ໄວຂຶ້ນ

ວິທີປ້ອງກັນບໍ່ໃຫ້ເກີດອາການຈຸກທ້ອງ

1) ຫຼີກລ່ຽງການກິນອາຫານໜັກ ຫຼື ດື່ມນ້ຳຫຼາຍເກີນໄປ ຢ່າງໜ້ອຍ 1-2 ຊົ່ວໂມງກ່ອນອອກກຳລັງກາຍ

2) ອົບອຸ່ນຮ່າງກາຍ (Warm-up) ໃຫ້ພຽງພໍກ່ອນເລີ່ມແລ່ນຕົວຈີງ ຢ່າອອກຕົວແຮງທັນທີ

3) ຝຶກຫາຍໃຈຜ່ານກະບັງລົມ (Diaphragmatic Breathing) ໃຫ້ເປັນນິໄສ

4) ເສີມສ້າງກ້າມເນື້ອກາງລຳຕົວ (Core Muscles) ໃຫ້ແຂງແຮງ ຈະຊ່ວຍຮອງຮັບອະໄວຍະວະພາຍໃນໄດ້ດີຂຶ້ນ

5) ຫຼີກລ່ຽງເຄື່ອງດື່ມທີ່ມີນ້ຳຕານເຂັ້ມຂຸ້ນ ຫຼື ນ້ຳອັດລົມກ່ອນອອກກຳລັງກາຍ

ຂໍ້ມູນ: Sports Medicine, Exercise-Related Transient Abdominal Pain (ETAP)

CR: PINREO

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles