ຕຳຫຼວດເຕືອນ! ການແຕ່ງດອງກັບຄົນຕ່າງປະເທດ ຕ້ອງເຮັດຖືກຕ້ອງ ເພື່ອປ້ອງກັນຄວາມສ່ຽງການຄ້າມະນຸດ

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແນະນຳຂັ້ນຕອນເອກະສານ ຕາມດຳລັດ 184/ລບ)

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກແຈ້ງການເຕືອນໄພ ຕໍ່ພໍ່ແມ່ ຜູ້ປົກຄອງ ແລະ ຄົນລາວ ທີ່ມີຈຸດປະສົງຢາກແຕ່ງດອງກັບຄົນຕ່າງປະເທດ ຫຼື ຄົນຕ່າງປະເທດ ທີ່ຢາກແຕ່ງດອງກັບຄົນລາວ ໃຫ້ເອົາໃຈໃສ່ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ໃນໄລຍະຜ່ານມາ, ພົບວ່າມີການແຕ່ງດອງລະຫວ່າງຄົນລາວ ແລະ ຄົນຕ່າງປະເທດເພີ່ມຂຶ້ນຢ່າງຫຼວງຫຼາຍ ໃນນັ້ນ, ສ່ວນຫຼາຍໄດ້ປະກອບເອກະສານຖືກຕ້ອງຕາມລະບຽບການ, ແຕ່ກໍຍັງມີບາງກຸ່ມທີ່ບໍ່ປະກອບເອກະສານ ຫຼື ໃຊ້ເອກະສານພຽງ 2-3 ໃບ ແລ້ວຮີບຮ້ອນໄປແຕ່ງດອງຢູ່ຕ່າງປະເທດ ໂດຍບໍ່ຄຳນຶງເຖິງຄວາມສ່ຽງທີ່ອາດຕິດຕາມມາ, ໂດຍເນັ້ນເບິ່ງແຕ່ຜົນປະໂຫຍດສະເພາະໜ້າ.

ຕໍາຫຼວດຊີ້ໃຫ້ເຫັນວ່າ ການປະກອບເອກະສານບໍ່ຄົບຖ້ວນແບບນີ້ ອາດເປັນຊ່ອງທາງນຳໄປສູ່ການຄ້າມະນຸດ ຫຼື ເຮັດໃຫ້ຜູ້ແຕ່ງດອງຕົກເປັນເຫຍື່ອຂອງຂະບວນການດັ່ງກ່າວ ທີ່ຜ່ານມາ ມີພໍ່ແມ່ຜູ້ປົກຄອງຫຼາຍຄອບຄົວໄດ້ມາຮ້ອງຂໍຄວາມຊ່ວຍເຫຼືອຈາກຕໍາຫຼວດ ໃຫ້ຊ່ວຍນຳລູກຫຼານກັບຄືນປະເທດ ຫຼັງຈາກຖືກຫຼອກລວງໄປແຕ່ງດອງ ຫຼື ຕົກເປັນເຫຍື່ອການຄ້າມະນຸດ ໃນນັ້ນ ບາງກໍລະນີ ໜ່ວຍງານທີ່ກ່ຽວຂ້ອງສາມາດຊ່ວຍເຫຼືອນຳກັບຄືນມາໄດ້ ແຕ່ບາງກໍລະນີກໍຍັງບໍ່ທັນສາມາດຊ່ວຍໄດ້.

ເພື່ອຫຼີກເວັ້ນລ້ຽງຄວາມສ່ຽງດັ່ງກ່າວ, ຕໍາຫຼວດຮຽກຮ້ອງໃຫ້ຜູ້ປະກອບເອກະສານ ຫຼື ຫົວໜ້າຄອບຄົວ ທີ່ຕ້ອງການໃຫ້ລູກຫຼານແຕ່ງດອງກັບຄົນຕ່າງປະເທດ ໃຫ້ປະຕິບັດຕາມດຳລັດເລກທີ 184/ລບ, ລົງວັນທີ 10 ມີນາ 2021 ວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ດັ່ງນີ້:

ສຳລັບຝ່າຍຄົນຕ່າງປະເທດ: ຕ້ອງປະກອບເອກະສານແຕ່ງດອງຈາກປະເທດຂອງຕົນ (ທັງໝົດ 11 ເອກະສານ) ໃຫ້ຄົບຖ້ວນ. ຫຼັງຈາກຢືນຢັນ ຫຼື ດຳເນີນເອກະສານພາຍໃນປະເທດຕົນສຳເລັດແລ້ວ, ຕ້ອງແປເອກະສານເປັນພາສາລາວ ແລ້ວນຳໄປຈົດທະບຽນ ຢູ່ຫ້ອງການຄຸ້ມຄອງທະບຽນສານ.

ສຳລັບຝ່າຍຄົນລາວ: ຕ້ອງໄປຊື້ຊຸດເອກະສານຄຳຮ້ອງແບບຟອມຂໍແຕ່ງດອງ (ທັງໝົດ 10 ເອກະສານ) ຢູ່ໜຶ່ງໃນ 3 ບ່ອນ ຄື:

ສຳລັບຄົນລາວ: ຕ້ອງໄປຊື້ຊຸດເອກະສານຄຳຮ້ອງແບບຟອມຂໍແຕ່ງດອງ, ການຊື້ ແມ່ນຊື້ໄດ້ຢູ່ 3 ບ່ອນຄື:

1. ຫ້ອງການຂອງພະແນກພາຍໃນແຂວງ, ນະຄອນຫຼວງ;

2. ພະແນກຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການ ປກສ ແຂວງ, ນະຄອນຫຼວງ;

3. ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ;

ຂໍ້ມູນ: ຄວາມສະຫງົບ

Related Articles

0FansLike
538,500FollowersFollow
0SubscribersSubscribe
- Advertisement -spot_img

Latest Articles