ຄະນະກຳມະການປົກຄອງແຂວງຫຼວງນ້ຳທາ ໄດ້ອອກໜັງສືລາຍງານ ເລກທີ 111/ຄປຂ ກ່ຽວກັບສະພາບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ເກີດຂຶ້ນລະຫວ່າງວັນທີ 29-31 ສິງຫາ 2026 ຜ່ານມາ ຊຶ່ງມີສາເຫດມາຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ພື້ນຖານໂຄງລ່າງ, ຊັບສິນຂອງລັດ ແລະ ປະຊາຊົນ.
ໄພພິບັດຄັ້ງນີ້ ໄດ້ສົ່ງຜົນກະທົບຕໍ່ 5 ເມືອງ ຄື: ເມືອງຫຼວງນ້ຳທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ ກວມເອົາ 81 ບ້ານ (23.14% ຂອງບ້ານທັງໝົດ) ມີ 4,420 ຫຼັງຄາເຮືອນ, ພົນລະເມືອງ 24,849 ຄົນ ໄດ້ຮັບຜົນກະທົບ ໃນນັ້ນ ຖືກຜົນກະທົບໜັກ 457 ຫຼັງຄາເຮືອນ ແລະ ເຮືອນຖືກນ້ຳພັດໄຫຼ 12 ຫຼັງຄາເຮືອນ. ເມືອງທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ແມ່ນເມືອງຫຼວງນ້ຳທາ ເຊິ່ງເປັນເມືອງເທດສະບານແຂວງ.
ດ້ານຄົມມະນາຄົມ: ທາງຫຼວງແຫ່ງຊາດເສຍຫາຍ 311.1 ກມ (2,712.67 ຕື້ກວ່າກີບ), ທາງຫຼວງແຂວງ 573.8 ກມ (853.34 ຕື້ກວ່າກີບ), ທາງຫຼວງເມືອງ 134 ກມ (61.30 ຕື້ກວ່າກີບ), ທາງຕົວເມືອງ 20.60 ກມ (10.15 ຕື້ກວ່າກີບ), ທາງຊົນນະບົດ 364.37 ກມ (252.60 ຕື້ກວ່າກີບ) ແລະ ຂົວເສຍຫາຍ 33.27 ກມ (93.30 ຕື້ກວ່າກີບ) ນອກຈາກນີ້ ສະໜາມບິນຍັງໄດ້ຮັບຜົນກະທົບ 1 ແຫ່ງ ມູນຄ່າ 25 ຕື້ກວ່າກີບ.
ດ້ານນ້ຳປະປາ ແລະ ໄຟຟ້າ: ພື້ນທີ່ບໍລິການນ້ຳປະປາເສຍຫາຍ 5 ພື້ນທີ່ (7 ໂຮງງານ, 1.69 ຕື້ກວ່າກີບ); ຕາຂ່າຍໄຟຟ້າ 22 ກວ (5.31 ຕື້ກວ່າກີບ), ຕາຂ່າຍ 0.4 ກວ (96.11 ລ້ານກວ່າກີບ), ໝໍ້ນັບໄຟຟ້າ (2 ຕື້ກວ່າກີບ) ພ້ອມທັງເຂື່ອນໄຟຟ້ານ້ຳທາ 3, ນ້ຳລອງ 1 ແລະ ນ້ຳຕະລານ ກໍ່ໄດ້ຮັບຜົນກະທົບ.
ດ້ານການສຶກສາ: ໂຮງຮຽນຖືກຜົນກະທົບ 29 ແຫ່ງ (ມູນຄ່າ 119.82 ຕື້ກວ່າກີບ) ນັກຮຽນ 1,654 ຄົນ ແລະ ຄູ-ອາຈານ 76 ຄົນ ໄດ້ຮັບຜົນກະທົບ.
ດ້ານສາທາລະນະສຸກ: ໂຮງໝໍ, ສຸກສາລາ, ຕຶກສູນໂຄວິດ ແລະ ລະບົບນ້ຳລິນ ລວມ 39 ແຫ່ງ ມູນຄ່າ 11.19 ຕື້ກວ່າກີບ.
ດ້ານກະສິກຳ ແລະ ອຸດສາຫະກຳ: ນາ, ໄຮ່, ສວນອ້ອຍ, ຢາງພາລາ, ຊົນລະປະທານ ແລະ ໂຮງງານປຸງແຕ່ງ ມູນຄ່າລວມ 47.11 ຕື້ກວ່າກີບ.
ປະທານຄະນະກຳມະການປົກຄອງແຂວງ ໄດ້ປະກາດໃຫ້ແຂວງຫຼວງນ້ຳທາ ເປັນເຂດປະສົບໄພພິບັດ (ຂໍ້ຕົກລົງເລກທີ 869/ຄປຂ, 29 ສິງຫາ 2026) ໄດ້ຈັດກຳລັງກວ່າ 300 ຄົນ ພ້ອມພາຫະນະຫຼາຍປະເພດ ເຂົ້າຊ່ວຍເຫຼືອ-ຍົກຍ້າຍປະຊາຊົນອອກຈາກເຂດສ່ຽງໄພ ຈົນບໍ່ມີຜູ້ເສຍຊີວິດ. ພ້ອມທັງລະດົມກຳລັງ 2,500 ຄົນ/ມື້ ຟື້ນຟູ, ຈັດຕັ້ງສູນພັກເຊົາຊົ່ວຄາວ 3 ສູນ ມີຜູ້ເຂົ້າພັກ 547 ຄົນ ພ້ອມທີມແພດຕິດຕາມສຸຂະພາບ ແລະ ຕັ້ງສູນແຈກຢາຍເຄື່ອງອຸປະໂພກ-ບໍລິໂພກ.
ທີ່ມາ: ຂ່າວສານ ແຂວງຫຼວງນ້ຳທາ


