ປະເທດໄທໄດ້ປະກາດເປີດ ເສັ້ນທາງລົດເມສາຍໃໝ່ ເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບ ສະໜາມບິນນານາຊາດອຸດອນທານີ ໂດຍຜ່ານຕົວເມືອງອຸດອນທານີ ເຊິ່ງຈະຊ່ວຍເພີ່ມທາງເລືອກໃນການເດີນທາງ ແລະ ເສີມສ້າງການເຊື່ອມໂຍງຂ້າມຊາຍແດນລະຫວ່າງ ລາວ-ໄທ.
ເສັ້ນທາງສາຍໃໝ່ນີ້ ຈະເລີ່ມໃຫ້ບໍລິການໃນ ວັນທີ 9 ກັນຍາ 2026 ໂດຍ ບໍລິສັດ ຂົນສົ່ງ ຈຳກັດ ຂອງໄທ ເຊິ່ງເປັນລັດວິສາຫະກິດທີ່ດຳເນີນງານດ້ານລົດເມໂດຍສານລະຫວ່າງແຂວງ ແລະ ເສັ້ນທາງຂ້າມຊາຍແດນ.
ໄລຍະທາງ ແລະ ຄ່າໂດຍສານ
ເສັ້ນທາງວຽງຈັນ-ອຸດອນທານີ ມີໄລຍະທາງປະມານ 87 ກິໂລແມັດ ໃຊ້ລົດເມປັບອາກາດຊັ້ນ 2 ຈຳນວນ 40 ບ່ອນນັ່ງ.
ຄ່າໂດຍສານ: 80 ບາດຕໍ່ຖ້ຽວ ຫຼື ປະມານ 2,40 ໂດລາສະຫະລັດ ຕໍ່ຄົນ.
ລົດເມຈະໃຫ້ບໍລິການ ໄປ-ກັບ 2 ຖ້ຽວຕໍ່ມື້.
ຕາຕະລາງເດີນລົດ
ຂາໄປ: ອຸດອນທານີ → ວຽງຈັນ
09:00 ໂມງ — ອອກຈາກສະຖານີລົດເມອຸດອນທານີ ແຫ່ງທີ 1
09:30 ໂມງ — ເຖິງສະໜາມບິນນານາຊາດອຸດອນທານີ
12:00 ໂມງ — ເຖິງນະຄອນຫຼວງວຽງຈັນ
ຂາກັບ: ວຽງຈັນ → ອຸດອນທານີ
14:00 ໂມງ — ອອກຈາກນະຄອນຫຼວງວຽງຈັນ
16:30 ໂມງ — ເຖິງສະໜາມບິນນານາຊາດອຸດອນທານີ
17:00 ໂມງ — ເຖິງສະຖານີລົດເມອຸດອນທານີ ແຫ່ງທີ 1
ເພີ່ມທາງເລືອກໃຫ້ຜູ້ເດີນທາງ
ເສັ້ນທາງສາຍໃໝ່ນີ້ ຈະຊ່ວຍໃຫ້ຜູ້ເດີນທາງສາມາດເດີນທາງລະຫວ່າງ ວຽງຈັນ ແລະ ອຸດອນທານີ ໄດ້ໂດຍກົງ ແລະ ມີຈຸດຈອດຢູ່ສະໜາມບິນອຸດອນທານີ ເຮັດໃຫ້ສະດວກສຳລັບຜູ້ທີ່ຕ້ອງການເດີນທາງຕໍ່ດ້ວຍທາງອາກາດ.
ຕໍ່ເນື່ອງຈາກການຟື້ນຄືນເສັ້ນທາງຂ້າມຊາຍແດນ
ການເປີດເສັ້ນທາງວຽງຈັນ-ອຸດອນທານີ ເກີດຂຶ້ນຕໍ່ເນື່ອງຈາກການທີ່ ບໍລິສັດ ຂົນສົ່ງ ໄດ້ກັບຄືນມາເປີດໃຫ້ບໍລິການເສັ້ນທາງຂ້າມຊາຍແດນສຳຄັນອີກສາຍໜຶ່ງ ຄື ວຽງຈັນ-ຂອນແກ່ນ ເຊິ່ງເປັນແຂວງທີ່ຢູ່ໃກ້ກັບອຸດອນທານີ.
ໃນ ເດືອນຕຸລາ 2025 ບໍລິສັດ ຂົນສົ່ງ ໄດ້ນຳເສັ້ນທາງວຽງຈັນ-ຂອນແກ່ນ ກັບຄືນມາໃຫ້ບໍລິການອີກຄັ້ງ ຫຼັງຈາກຢຸດໃຫ້ບໍລິການເປັນເວລາ 5 ປີ.
ເສັ້ນທາງດັ່ງກ່າວຢຸດບໍລິການຕັ້ງແຕ່ ເດືອນມີນາ 2020 ເນື່ອງຈາກສະຖານະການແຜ່ລະບາດຂອງ ໂຄວິດ-19.
ລາຍລະອຽດເສັ້ນທາງ ວຽງຈັນ-ຂອນແກ່ນ
ເສັ້ນທາງວຽງຈັນ-ຂອນແກ່ນ ມີໄລຍະທາງ 194 ກິໂລແມັດ ໃຊ້ເວລາເດີນທາງປະມານ 4 ຊົ່ວໂມງ ໂດຍໃຊ້ລົດເມປັບອາກາດ ທີ່ຮອງຮັບຜູ້ໂດຍສານໄດ້ 42 ຄົນ.
ຄ່າໂດຍສານ 180 ບາດຕໍ່ປີ້ ຫຼື ປະມານ 5 ໂດລາສະຫະລັດ.
ມີການໃຫ້ບໍລິການໄປ-ກັບ 2 ຖ້ຽວຕໍ່ມື້.
ລົດເມອອກຈາກຂອນແກ່ນໃນເວລາ 08:15 ໂມງ
ລົດເມອອກຈາກນະຄອນຫຼວງວຽງຈັນກັບຄືນໃນເວລາ 14:45 ໂມງ.
ການເປີດເສັ້ນທາງວຽງຈັນ-ອຸດອນທານີ ຈຶ່ງເປັນອີກກ້າວສຳຄັນໃນການເພີ່ມທາງເລືອກການເດີນທາງຂ້າມຊາຍແດນ ແລະ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ຜູ້ເດີນທາງລະຫວ່າງລາວ-ໄທ.
ທີ່ມາ: Laotiantimes


