ໝາກປູມເປົ້າຫຼາກຫຼາຍສີສັນທີ່ເຮົາເຫັນໃນງານສັງສັນ ເບື້ອງຫຼັງກັບຊ່ອນວິກິດສິ່ງແວດລ້ອມທີ່ຮຸນແຮງ. ຫຼ້າສຸດ ທີມນັກວິທະຍາສາດຈາກ Imperial College London ປະສົບຜົນສໍາເລັດໃນການພັດທະນາ “ຢາງສຳລັບຜະລິດໝາກປູມເປົ້າ” ທີ່ສາມາດຍ່ອຍສະຫຼາຍທາງຊີວະພາບໄດ້ຢ່າງໄວວາເປັນຄັ້ງທຳອິດຂອງໂລກ ເພື່ອຊ່ວຍແກ້ໄຂບັນຫາມົນລະພິດຈາກຂີ້ເຫຍື້ອຢາງຢ່າງຍືນຍົງ.
ໂຄງການນີ້ເລີ່ມຕົ້ນຈາກ Charlotte Melia ຜູ້ຮ່ວມກໍ່ຕັ້ງບໍລິສັດ Bioloon ທີ່ອຶດອັດກັບປະລິມານຂີ້ເຫຍື້ອໝາກປູມເປົ້າ. ລາວພົບວ່າໝາກປູມເປົ້າທົ່ວໄປບໍ່ໄດ້ຍ່ອຍສະຫຼາຍງ່າຍຄືກັບທີ່ສະຫຼາກອ້າງ ຈຶ່ງໄດ້ໃຫ້ທຶນ Imperial College London ວິໄຈຊອກຫາທາງອອກ.
ໄພງຽບທີ່ຄົນສ່ວນໃຫຍ່ບໍ່ເຄີຍຮູ້
• ທົ່ວໂລກມີການຊື້ໝາກປູມເປົ້າສູງເຖິງ 20,000 – 25,000 ລ້ານໜ່ວຍຕໍ່ປີ
• ຂີ້ເຫຍື້ອໝາກປູມເປົ້າໃນທຳມະຊາດ ເປັນສາເຫດໃຫ້ ນົກທະເລຕາຍກວ່າ 1 ລ້ານໂຕ ແລະ ເຕົ່າທະເລຕາຍກວ່າ 100,000 ໂຕ ຕໍ່ປີ.
Juliana Cumming ນັກສຶກສາປະລິນຍາເອກ ໄດ້ໃຊ້ເວລາ 3 ປີ ຄິດຄົ້ນສູດທີ່:
• ຍ່ອຍສະຫຼາຍໄດ້ເອງສົມບູນພາຍໃນ 9 ເດືອນ ໃນທຸກສະພາບແວດລ້ອມ (ດິນ, ນໍ້າທະເລ ແລະ ນໍ້າບໍລິສຸດ).
• ບໍ່ໃຊ້ສານເຄມີພິດ, ເປົ່າງ່າຍ, ແຂງແຮງກວ່າເກົ່າ ແລະ ຕົ້ນທຶນຖືກລົງ.
ບໍລິສັດ Bioloon ຕັ້ງເປົ້າວາງຈຳໜ່າຍໝາກປູມເປົ້າຮັກສາສິ່ງແວດລ້ອມ ພາຍໃນປີ 2028 ແລະ ມີແຜນຕໍ່ຍອດໄປຜະລິດ ຖົງມືຢາງທາງການແພດ ແລະ ເສື້ອຜ້າໃນອະນາຄົດ.
ແຫຼ່ງອ້າງອີງ: Imperial College London


