ຜົນການວິເຄາະຂໍ້ມູນການຈອງທົວ ແລະ ທຣິບທ່ອງທ່ຽວຫຼາຍກວ່າ 4,700 ລາຍການ ທົ່ວໂລກໃນປີ 2026 ໂດຍບໍລິສັດທ່ອງທ່ຽວ Adventure 360 ໄດ້ເປີດເຜີຍ 10 ອັນດັບປະເທດທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຈາກນັກທ່ອງທ່ຽວກຸ່ມໄວນຸ່ມ Gen Z.
ຜົນການຈັດອັນດັບປະກົດວ່າ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເປັນພູມິພາກທີ່ໂດດເດັ່ນ ແລະ ຄອງໃຈໄວໜຸ່ມ Gen Z ຫຼາຍທີ່ສຸດ.
ໂດຍ ສປປ ລາວ ສາມາດຄວ້າ ອັນດັບທີ 6 ມາຄອງໄດ້ຢ່າງພາກພູມໃຈ, ຕິດກຸ່ມ top destination ຂອງນັກທ່ອງທ່ຽວຮຸ່ນໃໝ່ທີ່ເນັ້ນການທ່ອງທ່ຽວແບບພະຈົນໄພ, ສໍາຜັດທໍາມະຊາດ ແລະ ວັດທະນະທໍາທີ່ເປັນເອກະລັກ.
ມາສ່ອງເບິ່ງ 10 ອັນດັບ ຈຸດໝາຍປາຍທາງທ່ອງທ່ຽວທີ່ Gen Z ເລືອກຫຼາຍທີ່ສຸດ ປີ 2026:
1. ໄທ (Thailand)
2. ອົດສະຕຣາລີ (Australia)
3. ອິນໂດເນເຊຍ (Indonesia)
4. ຫວຽດນາມ (Vietnam)
5. ກໍາປູເຈຍ (Cambodia)
6. ລາວ (Laos)
7. ເປຣູ (Peru)
8. ຟີລິບປິນ (Philippines)
9. ນູແວນເຊລັງ (New Zealand)
10. ມາຣົກ (Morocco)
ຈາກຂໍ້ມູນຈະເຫັນໄດ້ວ່າ ປະເທດໃນອາຊຽນຕິດອັນດັບ Top 10 ເຖິງ 6 ປະເທດ (ໄທ, ອິນໂດເນເຊຍ, ຫວຽດນາມ, ກໍາປູເຈຍ, ລາວ ແລະ ຟີລິບປິນ), ເຊິ່ງສະທ້ອນໃຫ້ເຫັນວ່າ ອາຊີຕາເວັນອອກສ່ຽງໃຕ້ ຄືສູນກາງການທ່ອງທ່ຽວທີ່ຕອບໂຈດໄລສະໄຕຂອງ Gen Z ທົ່ວໂລກໃນປີນີ້ຢ່າງແທ້ຈິງ.
ໝາຍເຫດ: ຄົນ Gen Z (Generation Z) ແມ່ນກຸ່ມຄົນທີ່ເກີດໃນລະຫວ່າງປີ ຄສ 1997 ເຖິງ 2012, ຖ້າຄິດໄລ່ອາຍຸໃນປີ 2026 ອາຍຸ: ປະມານ 14 ຫາ 29 ປີ.
ທີ່ມາ: Adventure 360, Euro news, Yahoo! trave, SEA Trends


