ລັດຖະບານໄທ ເຕືອນແຮງງານຕ່າງດ້າວໃນໄທ ທີ່ເຮັດວຽກບໍ່ມີໃບອະນຸຍາດ ສ່ວນນາຍຈ້າງທີ່ຝ່າຝືນມີໂທດປັບໄໝ 2ແສນບາດ

ວັນທີ 4 ກັນຍາ 2026 ຮອ.ຍິງ ພັດດາຣັດ ທອງສະລວຍກອນ ຮອງໂຄສົກປະຈຳສຳນັກນາຍົກລັດຖະມົນຕີ ຂອງໄທ ເປີດເຜີຍວ່າ ລັດຖະບານໄທ ໃຫ້ຄວາມສໍາຄັນກັບການບໍລິຫານຈັດການແຮງງານຕ່າງດ້າວ ໃຫ້ຢູ່ໃນລະບົບທີ່ຖືກຕ້ອງຕາມກົດໝາຍ ໂດຍໄດ້ເນັ້ນໃຫ້ຂະແໜງການທີ່ກ່ຽວຂ້ອງ ດຳເນີນມາດຕະການເຊີງລຸກ, ກວດກາ ແລະ ບັງຄັບໃຊ້ກົດໝາຍຢ່າງເດັດຂາດ ກັບສະຖານປະກອບການ, ນາຍຈ້າງ ແລະ ແຮງງານຕ່າງດ້າວທີ່ກະທຳຜິດກົດໝາຍ.

ລັດຖະບານໄທໄດ້ເນັ້ນໃຫ້ຂະແໜງການທີ່ກ່ຽວຂ້ອງ ດຳເນີນມາດຕະການເຊີງລຸກ ເພີ່ມການກວດກາ ແລະ ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ຕໍ່ສະຖານປະກອບການ, ນາຍຈ້າງ ລວມທັງແຮງງານຕ່າງດ້າວທີ່ກະທຳຜິດກົດໝາຍ.

ພ້ອມກັນນີ້ ທາງການໄທໄດ້ອອກຄຳເຕືອນເຖິງນາຍຈ້າງ, ສະຖານປະກອບການ ແລະ ປະຊາຊົນທົ່ວໄປ ໃຫ້ຫຼີກລ້ຽງການຈ້າງ ຫຼື ນຳໃຊ້ບໍລິການຂອງຄົນຕ່າງດ້າວທີ່ບໍ່ມີໃບອະນຸຍາດເຮັດວຽກ ຫຼື ເຮັດວຽກນອກເໜືອຈາກສິດທີ່ໄດ້ຮັບອະນຸຍາດ.

ອາຊີບທີ່ຖືກຍົກຂຶ້ນມາເຕືອນ ປະກອບມີ ວຽກນວດແຜນບູຮານ ຫຼື ນວດໄທ, ວຽກຕັດຜົມ, ວຽກເສີມສວຍ ແລະ ວຽກຂັບຂີ່ຍານພາຫະນະ ເຊິ່ງການຈ້າງງານ ຫຼື ເຮັດວຽກໂດຍຝ່າຝືນຂໍ້ກຳນົດ ອາດເຂົ້າຂ່າຍຜິດກົດໝາຍຕາມພະລາຊະກຳນົດວ່າດ້ວຍການບໍລິຫານຈັດການການເຮັດວຽກຂອງຄົນຕ່າງດ້າວ ພ.ສ. 2560.

ສຳລັບນາຍຈ້າງ ຫຼື ສະຖານປະກອບການ ທີ່ຮັບຄົນຕ່າງດ້າວເຂົ້າເຮັດວຽກໂດຍບໍ່ມີໃບອະນຸຍາດ ຫຼື ໃຫ້ເຮັດວຽກນອກເໜືອຈາກສິດທີ່ກົດໝາຍອະນຸຍາດ ອາດຖືກປັບໄໝຕັ້ງແຕ່ 10,000 ຫາ 100,000 ບາດ ຕໍ່ແຮງງານຕ່າງດ້າວ 1 ຄົນ.

ຫາກກະທຳຜິດຊ້ຳ ອາດມີໂທດຈຳຄຸກບໍ່ເກີນ 1 ປີ ຫຼື ຖືກປັບໄໝຕັ້ງແຕ່ 50,000 ຫາ 200,000 ບາດ ຕໍ່ແຮງງານຕ່າງດ້າວ 1 ຄົນ ຫຼື ທັງຈຳທັງປັບ ພ້ອມທັງອາດຖືກຫ້າມຈ້າງແຮງງານຕ່າງດ້າວເປັນເວລາ 3 ປີ.

ຂະນະດຽວກັນ ແຮງງານຕ່າງດ້າວທີ່ເຮັດວຽກໂດຍບໍ່ມີໃບອະນຸຍາດ ຫຼື ເຮັດວຽກນອກເໜືອຈາກສິດທີ່ໄດ້ຮັບອະນຸຍາດ ອາດຖືກປັບໄໝຕັ້ງແຕ່ 5,000 ຫາ 50,000 ບາດ. ຫຼັງຈາກຊຳລະຄ່າປັບໄໝແລ້ວ ອາດຖືກສົ່ງໂຕອອກນອກປະເທດ ແລະ ຖືກຫ້າມຂໍໃບອະນຸຍາດເຮັດວຽກເປັນເວລາ 2 ປີ.

ຮອ.ຍິງ ພັດດາຣັດ ລະບຸວ່າ ລັດຖະບານໄທມີເປົ້າໝາຍສ້າງມາດຕະຖານການຈ້າງງານທີ່ຖືກຕ້ອງ ແລະ ເປັນທຳ ເພື່ອປ້ອງກັນບັນຫາການຄ້າມະນຸດ ພ້ອມທັງປ້ອງກັນການແຍ່ງອາຊີບສະຫງວນຂອງຄົນໄທ.

ກະຊວງແຮງງານໄທ ແລະ ຂະແໜງການທີ່ກ່ຽວຂ້ອງ ຍັງຄົງລົງພື້ນທີ່ກວດກາສະຖານປະກອບການຢ່າງຕໍ່ເນື່ອງ ໂດຍລະບຸວ່າ ຫາກພົບການກະທຳຜິດ ຈະດຳເນີນຄະດີຕາມກົດໝາຍໂດຍບໍ່ມີຂໍ້ຍົກເວັ້ນ.

ຕາມຂໍ້ມູນທີ່ລາຍງານລະບຸ ໃນປີງົບປະມານ 2026 ທາງການໄທໄດ້ກວດກາສະຖານປະກອບການທີ່ຈ້າງແຮງງານຕ່າງດ້າວທົ່ວປະເທດແລ້ວກວ່າ 74,000 ແຫ່ງ ແລະ ພົບແຮງງານຂ້າມຊາດທີ່ເຂົ້າຂ່າຍເຮັດວຽກໃນອາຊີບສະຫງວນສຳລັບຄົນໄທ ກວ່າ 1,700 ຄົນ.

ທີ່ມາ: khaosod

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles