UNEP ເຕືອນ! ໂລກບໍ່ສາມາດຫຼີກລ່ຽງການທະລຸເພດານອຸນຫະພູມໄດ້ອີກຕໍ່ໄປ

ອົງການໂຄງການສິ່ງແວດລ້ອມແຫ່ງສະຫະລັດຊາດ (UNEP) ໄດ້ອອກມາເປີດເຜີຍບົດລາຍງານຫຼ້າສຸດທີ່ເຮັດໃຫ້ທົ່ວໂລກຕ້ອງສັ່ນສະເທືອນ ເມື່ອອຸນຫະພູມສະເລ່ຍຂອງໂລກມີແນວໂນ້ມທີ່ຈະສູງເກີນ 1.5 ອົງສາ (1.5°C) ພາຍໃນປີ 2030 ນີ້ຢ່າງແນ່ນອນ. ເຊິ່ງເປັນການຫຼຸດລຸ່ມເປົ້າໝາຍສູງສຸດຂອງ “ຂໍ້ຕົກລົງປາຣີ” ຢ່າງຫຼີກລ່ຽງບໍ່ໄດ້ ຈາກສາເຫດຫຼັກຄືການເຜົາໄໝ້ຖ່ານຫີນ, ນ້ຳມັນ ແລະ ກາສທຳມະຊາດຢ່າງຕໍ່ເນື່ອງ.

* ປັດຈຸບັນ: ອຸນຫະພູມໂລກສູງຂຶ້ນມາແລ້ວປະມານ 1.3 – 1.4°C

* ກາງສະຕະວັດ: ຄາດວ່າອຸນຫະພູມຈະພຸ່ງສູງສຸດເຖິງ 1.8°C

* ທ້າຍສະຕະວັດ: ທຸກຝ່າຍຕ້ອງເລັ່ງດຶງອຸນຫະພູມໃຫ້ກັບມາຕ່ຳກວ່າ 1.5°C ອີກຄັ້ງ.

ຜົນກະທົບທີ່ຈະສະເທືອນເຖິງຊີວິດຂອງທຸກຄົນ:

* ນ້ຳທະເລສູງຂຶ້ນ: ເກາະຂະໜາດນ້ອຍ ແລະ ຊຸມຊົນຊາຍຝັ່ງມີຄວາມສ່ຽງຖືກຈົມນ້ຳ.

* ໄພພິບັດສຸດຂົ້ວ: ຄື້ນຄວາມຮ້ອນ, ພາຍຸ, ໄຟປ່າ, ອຸທົກກະໄພ ແລະ ໄພແລ້ງ ຈະທະວີຄວາມຮຸນແຮງກວ່າເກົ່າຫຼາຍເທົ່າ.

* ທານນ້ຳກ້ອນລະລາຍ: ລະບົບນິເວດສ່ຽງລົ້ມສະຫຼາຍຢ່າງຖາວອນ.

* ວິກິດອາຫານ ແລະ ນ້ຳ: ຜົນຜະລິດອາຫານທົ່ວໂລກອາດຫຼຸດລົງເຖິງ 14% ກໍ່ໃຫ້ເກີດຄວາມອົດຢາກ, ເສດຖະກິດເສຍຫາຍມະຫາສານ ແລະ ການອົບພະຍົບຍ້າຍຖິ່ນຖານ.

ແຫຼ່ງຂໍ້ມູນອ້າງອີງ: United Nations Environment Programme – UNEP

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles