ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ Gorilla® Glass Victus+.
ດ້ວຍລະບົບກ້ອງຫຼັງ 3 ຕົວ, Optical Zoom 3 ເທົ່າ ສໍາລັບການຖ່າຍພາບຈາກໄລຍະໄກ ແລະ ກ້ອງໜ້າ 12MP ເກັບລາຍລະອຽດໄດ້ຫຼາຍຂຶ້ນ. ເທັກໂນໂລຢີປະມວນຜົນພາບຂັ້ນສູງຊ່ວຍຍົກລະດັບປະສົບການການຖ່າຍພາບ ຕັ້ງແຕ່ການບັນທຶກພາບໄປຈົນເຖິງການປັບແຕ່ງໃນທຸກຈັງຫວະ ໄດ້ທັງພາບນິ້ງ ແລະ ພາບເຄື່ອນໄຫວ.
• My FanCam: ຟີເຈີໃໝ່ທີ່ເປີດຕົວຄັ້ງທຳອິດໃນ Galaxy Z Series ທີ່ເຮົາສາມາດເລືອກໄດ້ວ່າຈະໃຫ້ຄົນໃດໃນ ຄລິບວິດີໂອຢູ່ກາງເຟຣມໂດຍອັດຕະໂນມັດ ພ້ອມປັບອົງປະກອບຕາມການເຄື່ອນໄຫວ ຊ່ວຍປ່ຽນທຸກໂມເມັນທີ່ເຕັມໄປດ້ວຍແອັກຊັນໃຫ້ກາຍເປັນຄອນເທັນທີ່ພ້ອມແຊຣ໌ເທິງໂຊຊ້ຽວໄດ້ງ່າຍຂຶ້ນ.

• Super Steady Video ພ້ອມ Horizontal Lock: ຟີເຈີຍອດນິຍົມທີ່ຊ່ວຍໃຫ້ການຖ່າຍວິດີໂອຂະນະເຄື່ອນໄຫວ ເບິ່ງນິ້ງແບບມືອາຊີບ ບໍ່ວ່າຈະເປັນກິດຈະກຳທີ່ມີການເຄື່ອນໄຫວທີ່ວ່ອງໄວ, ການເດີນທາງ ແລະ ເຫດການໃນຊີວິດປະຈຳວັນ.
• Photo Assist : ຊ່ວຍປັບແຕ່ງພາບໄດ້ ພຽງແຕ່ພິມຂໍ້ຄວາມບອກ, ທັງການປ່ຽນກາງເວັນ ເປັນກາງຄືນ, ເພີ່ມອົງປະກອບໃໝ່ ຫຼື ຕື່ມເຕັມສ່ວນທີ່ຂາດຫາຍໄປ ພ້ອມກັບຄືນສູ່ການປ່ຽນແປງໄດ້ຕະຫຼອດ.
Galaxy S26 FE ຍັງມາພ້ອມ One UI 9 ເວີຊັນລ່າສຸດ ນໍາສະເໜີປະສົບການ Galaxy AI ທີ່ໃຊ້ງານງ່າຍ ແລະ ເຂົ້າໃຈກິດຈະວັດຂອງຜູ້ໃຊ້ໄດ້ດີຍິ່ງຂຶ້ນ ແບບຈັດເຕັມກັບ Now Brief, Now Nudge, Circle to Search with Google.

ພາຍໃຕ້ການອອກແບບທີ່ພຣີມຽມແຕ່ທົນທານ Galaxy S26 FE ສາມາດຮອງຮັບການໃຊ້ງານໃນທຸກມື້ດ້ວຍ ແບັດເຕີຣີຄວາມຈຸ 4,900mAh ຮອງຮັບການສາກໄວສູງສຸດ 45W ແລະ ໜ້າຈໍ AMOLED ຂະໜາດ 6.7 ນິ້ວ 120Hz ສະແດງຜົນລື່ນໄຫຼ ເຕັມອາລົມ ແລະ ຄົມຊັດ ເໝາະສຳລັບການສະຕຣີມ, ຫຼິ້ນເກມ, ທ່ອງເວັບ ແລະ ສ້າງສັນຜົນງານ.
ໂປຣໂມຊັນສຸດພິເສດສຳລັບຜູ້ສັ່ງຈອງເຄື່ອງລ່ວງໜ້າ ຕັ້ງແຕ່ມື້ນີ້ຈົນເຖິງ 30 ກັນຍາ 2026 (ເລີ່ມຮັບເຄື່ອງໄດ້ຕັ້ງແຕ່ວັນທີ 9 ກັນຍາ) ຮັບຂໍ້ສະເໜີສຸດພິເສດ
1. ອັບເກຣດຄວາມຈຸຈາກ 128GB ເປັນ 256GB ຟຣີ! ໃນລາຄາພິເສດ 17,999,000 ກີບ ຈາກລາຄາປົກກະຕິ 19,999,000 ກີບ
2. ພ້ອມຮັບຟຣີ! ສິດການໃຊ້ງານ Google AI Pro ດົນ 6 ເດືອນ.
ມາດ້ວຍກັນທັ້ງຫມົດ 3 ສີຄື: ສີມ່ວງ Blueberry, ສີດຳ Graphite ແລະ ສີພິເສດຄື ສີຂຽວ Pistachio
ຂໍ້ມູນເພີ່ມເຕີມສອບຖາມໄດ້ທີ່ຕົວແທນຈຳໜ່າຍ Samsung ທົ່ວປະເທດ ຫຼື ຕິດຕາມຂໍ້ມູນຜ່ານ Facebook: SamsungLaos ແລະ TikTok: samsungmobilelaos


