ປະເທດຫວຽດນາມ ຕັ້ງຢູ່ພາກຕາເວັນອອກຂອງແຫຼມອິນດູຈີນ ໂດຍທິດເໜືອຕິດກັບ ສປ ຈີນ, ທິດໃຕ້ ແລະ ທິດຕາເວັນອອກຕິດກັບອ່າວຕັງເກຍ ຫຼື ທະເລຈີນໃຕ້, ທິດຕາເວັນຕົກຕິດກັບ ສປປ ລາວ ແລະ ກຳປູເຈຍ.
ເນື້ອທີ່: 331,689 ກິໂລຕາແມັດ
ເມືອງຫຼວງ: ຮ່າໂນຍ (Hanoi).
ເຂົ້າເປັນສະມາຊິກ ອາຊຽນ ໃນວັນທີ: 28 ກໍລະກົດ 1995.
ປະເທດຫວຽດນາມມີວັດທະນະທຳທີ່ເປັນເອກະລັກ ແລະ ເກົ່າແກ່ທີ່ສຸດ ແຫ່ງໜຶ່ງຂອງໂລກ ຕັ້ງແຕ່ຫຼາຍກວ່າ 1,000 ປີມາແລ້ວ ແລະ ປະເທດຫວຽດນາມ ກໍມີສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍ. ສ່ວນພາສາທາງການແມ່ນພາສາຫວຽດ ແລະ ນັບຖືສາສະໜາພຸດ 85%, ຄາໂຕລິກ 6.6% ແລະ ອື່ນໆ.
ເຈົ້າເດ! ເຄີຍໄປທ່ຽວປະເທດຫວຽດນາມແລ້ວບໍ່? ປະທັບໃຈບ່ອນໃດ ຫຼື ມັກອາຫານເມືອງໃດເປັນພິເສດ ເອົາຮູບມາອວດກັນແນ່ເດີ! ເມືອງບູຮານ ໂຮຈິມິນ, ຮາລອງເບ, ສຸສານ ໂຮຈີມິນ ແລະ ເມືອງແຫ່ງຈັກກະພັດ ເວ້?


