ໃນລະຫວ່າງວັນທີ 31 ສິງຫາ ຫາ 1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (Shanghai Cooperation Organization Plus Meeting) ພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງອົງການສະຫະປະຊາຊາດ ໃນຄວາມເປັນແກນກາງຂອງລະບຽບໂລກທີ່ຍຸຕິທໍາ: ການປະກອບສ່ວນຂອງບັນດາປະເທດອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຕໍ່ການສ້າງໂລກຫຼາຍຂົ້ວ”, ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກ, ຄູ່ຮ່ວມເຈລະຈາ ແລະ ປະເທດສັງເກດການ ເຂົ້າຮ່ວມຢ່າງພ້ອມພຽງ. ທັງນີ້, ການເຂົ້າຮ່ວມກອງປະຊຸມດັ່ງກ່າວ ຖືເປັນເຫດການປະຫວັດສາດຄັ້ງທໍາອິດ ທີ່ ສປປ ລາວ ໄດ້ເຂົ້າຮ່ວມໃນນາມປະເທດຄູ່ເຈລະຈາຂອງ ອົງການຮ່ວມມືຊຽງໄຮ້ (SCO Dialogue Partner) ຢ່າງເປັນທາງການ.
ໂອກາດນີ້, ພະນະທ່ານ ປະທານປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກ່າວຄໍາເຫັນ ໂດຍຕີລາຄາສູງຕໍ່ເນື້ອໃນຄໍາຂວັນຂອງກອງປະຊຸມ ທີ່ສະແດງໃຫ້ເຫັນເຖິງຄວາມສໍາຄັນ ແລະ ທັນສະພາບການ, ທ່າມກາງທີ່ບັນດາປະເທດກໍາລັງພັດທະນາ ໄດ້ຢືນຢັນຄືນຄວາມໝາຍໝັ້ນ ເພື່ອຍົກສູງບົດບາດຂອງຂອບການຮ່ວມມືແບບຫຼາຍຝ່າຍ ໃນການສ້າງສະພາບແວດລ້ອມອັນເອື້ອອໍານວຍ ໃຫ້ແກ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ພ້ອມດຽວກັນ, ທ່ານ ປະທານປະເທດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາປະເທດສະມາຊິກ SCO ສໍາລັບຄວາມເຊື່ອໝັ້ນ ແລະ ການຮັບເອົາ ສປປ ລາວ ເຂົ້າເປັນປະເທດຄູ່ຮ່ວມເຈລະຈາ, ຊຶ່ງບໍ່ພຽງແຕ່ເປັນຄວາມພາກພູມໃຈ ເທົ່ານັ້ນ ແຕ່ຍັງເປັນໜ້າທີ່ ແລະ ຄວາມຮັບຜິດຊອບສູງ ໃນການມີສ່ວນຮ່ວມຈັດຕັ້ງຜັນຂະຫຍາຍ “ນໍ້າໃຈຊຽງໄຮ້” (Shanghai Spirit) ໃຫ້ເປັນຮູບປະທໍາ ແລະ ຢືນຢັນຄວາມພ້ອມໃນການຮັດແໜ້ນການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ພາກພື້ນອາຊຽນ ແລະ ຢູຣາເຊຍ ໃຫ້ສະນິດແໜ້ນຍິ່ງຂຶ້ນ.
ສປປ ລາວ ສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍ ຕໍ່ບົດບາດສຳຄັນຂອງອົງການສະຫະປະຊາຊາດ (UN) ແລະ ຫຼັກການພື້ນຖານ ພາຍໃຕ້ກົດບັດສະຫະປະຊາຊາດ, ໂດຍເຊື່ອວ່າ ລະບຽບການສາກົນ ທີ່ມີຄວາມຍຸຕິທຳ ຄວນຕັ້ງຢູ່ບົນພື້ນຖານຄວາມສະເໝີພາບທາງດ້ານອະທິປະໄຕ, ການເຄົາລົບເຊິ່ງກັນ ແລະ ກັນ, ການບໍ່ແຊກແຊງເຂົ້າວຽກງານພາຍໃນ, ການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ພ້ອມນີ້, ສປປ ລາວ ໄດ້ສະເໜີ 4 ຂົງເຂດບຸລິມະສິດ ທີ່ເປັນທ່າແຮງສໍາລັບການຮ່ວມມື ພາຍໃຕ້ SCO ໄດ້ແກ່: 1). ດ້ານກະສິກໍາ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ; 2). ການຫັນເປັນດິຈິຕອນ; 3). ການຂົນສົ່ງ ແລະ ການເຊື່ອມໂຍງ-ເຊື່ອມຈອດ; ແລະ 4). ການຮ່ວມມືດ້ານທະນາຄານ ແລະ ການເງິນ.
ໃນໂອກາດດັ່ງກ່າວ, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບ ພະນະທ່ານ ຊາດືຊ ຊາປາຣົບ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ; ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ແລະ ພະນະທ່ານ ນູຣລານ ເຢຍເມັກບາຢຽບ, ເລຂາທິການໃຫຍ່ອົງການ SCO ເພື່ອປຶກສາຫາລື ແລະ ແລກປ່ຽນ ທິດທາງການຮ່ວມມືສອງຝ່າຍ ແລະ ແຜນການຮ່ວມມືກັບ SCO ໃນຕໍ່ໜ້າ.
ສໍາລັບ ອົງການຮ່ວມມືຊຽງໄຮ້ (SCO) ໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 15 ມິຖຸນາ 2001 ໂດຍມີສໍານັກງານໃຫຍ່ ຕັ້ງຢູ່ ນະຄອນຫຼວງປັກກິ່ງ, ສປ ຈີນ, ປະກອບມີ 10 ປະເທດສະມາຊິກ (ຈີນ, ອິນເດຍ, ອີຣານ, ກາຊັກສະຖານ, ກຽກກິດສະຖານ, ປາກິດສະຖານ, ຣັດເຊຍ, ຕັດຈິກິດສະຖານ, ອຸດສະເບກິດສະຖານ ແລະ ເບລາຣຸດຊີ).
ໂດຍ ສປປ ລາວ ໄດ້ລິເລີ່ມສຶກສາຄວາມເປັນໄປໄດ້ໃນປີ 2023, ສະແດງເຈດຈໍານົງໃນປີ 2024, ໄດ້ຮັບການຮັບຮອງໃນເດືອນສິງຫາ 2025 ແລະ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ສະຖານະພາບປະເທດຄູ່ເຈລະຈາຢ່າງເປັນທາງການ ໃນວັນທີ 10 ກໍລະກົດ 2026 ຜ່ານມາ. ປັດຈຸບັນ, SCO ມີຄູ່ຮ່ວມມືທັງໝົດ 17 ປະເທດ (2 ປະເທດສັງເກດການ ແລະ 15 ປະເທດຄູ່ຮ່ວມເຈລະຈາ) ຊຶ່ງລວມມີ ສປປ ລາວ ເຂົ້າເປັນໜຶ່ງໃນຄູ່ຮ່ວມເຈລະຈາ ຢ່າງສົມບູນ.
ທີ່ມາ: ກະຊວງການຕ່າງປະເທດ


