ສະມາຄົມຄຳ ເຄື່ອງປະດັບ ແລະ ອັນຍະມະນີ ລາວ ຮ່ວມກັບກົມມາດຕະຖານ ແລະ ວັດແທກ, ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າພາຍໃນ ຈັດກອງປະຊຸມສຳມະນາ ໃນຫົວຂໍ້: “ການຍົກລະດັບມາດຕະຖານ ແລະ ການກວດສອບຄຸນນະພາບຄຳ ໃນ ສປປ ລາວ ” ພ້ອມທັງເສວະນາໃນຫົວຂໍ້: ການສ້າງຄວາມເຊື່ອ ໝັ້ນໃຫ້ຜູ້ບໍລິໂພກ ແລະ ການຂັບເຄື່ອນມາດຕະຖານຄຳ ໃນ ສປປ ລາວ ສູ່ສາກົນ
ວັນທີ 31 ສິງຫາ 2026 ສະມາຄົມຄຳ ເຄື່ອງປະດັບ ແລະ ອັນຍະມະນີ ລາວ ຮ່ວມກັບ ກົມມາດຕະຖານ ແລະ ວັດແທກ, ກົມການຄ້າພາຍໃນ, ກະຊວງອຸດສະກະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ການຍົກລະດັບມາດຕະຖານ ແລະ ການກວດສອບຄຸນນະພາບຄຳໃນ ສປປ ລາວ” ຂຶ້ນຢ່າງເປັນທາງການ ໃນວັນຈັນ ທີ 31 ສິງຫາ 2026 ທີ່ ໂຮງແຮມສຸພັດຕຣາ ເພື່ອເປັນບາດກ້າວສຳຄັນ ໃນການຊຸກຍູ້ມາດຕະຖານ ອຸດສາຫະກຳຄຳລາວ ໃຫ້ກ້າວສູ່ລະດັບສາກົນ ແລະ ສ້າງຄວາມໝັ້ນໃຈສູງສຸດ ໃຫ້ແກ່ຜູ້ບໍລິໂພກພາຍໃນ ສປປ ລາວ ໂດຍມີຫຼາຍພາກສ່ວນເຂົ້າຮ່ວມເຊັ່ນ: ບັນດາຮ້ານຄຳ ລະດັບຊັ້ນນໍາ ທົ່ວປະເທດລາວຫລາຍກ່ວາ 70 ກ່ວາຮ້ານ ແລະ ບໍລິສັດ Helmut Fischer ປະເທດໄທ.

ພິທີເປີດກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດໂດຍ ທ່ານ ສຸກອາລົມ ໂສສຸພັນ, ຮອງຫົວໜ້າ ກົມມາດຕະຖານ ແລະ ວັດແທກ, ທ່ານ ບຸນຈັນ ລໍວັນໄຊ, ທ່ານ ປອ ພູວົງ ພະມີສິດ, ປະທານສະມາຄົມຄຳ ເຄື່ອງປະດັບ ແລະ ອັນຍະມະນີ ລາວ ທີ່ໄດ້ກ່າວລາຍງານຫຍໍ້ກ່ຽວກັບຄວາມເປັນມາ ແລະ ຈຸດປະສົງຂອງການຈັດງານ.
ກອງປະຊຸມຄັ້ງນີ້ໄດ້ເຕົ້າໂຮມເອົາຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການຮ້ານຄຳ, ຜູ້ຊ່ຽວຊານດ້ານເຕັກໂນໂລຊີ (ບໍລິສັດ Helmut Fischer ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ພາຍໃນງານມີການເຜີຍແຜ່ນິຕິກຳ ແລະ ການເສວະນາໃນຫົວຂໍ້ສຳຄັນ ຄື:
1.ການເຜີຍແຜ່ນິຕິກຳ ແລະ ລະບຽບການຄຸ້ມຄອງ: ການບັນຍາຍໃຫ້ຄວາມຮູ້ກ່ຽວກັບກົດໝາຍ ແລະ ມາດຕະຖານດ້ານຄຸນນະພາບ ໂດຍ ທ່ານ ພີມມະຈັນ ຄຳພັນໄມ ຕາງໜ້າຈາກ ກົມມາດຕະຖານ ແລະ ວັດແທກ ແລະ ທ່ານ ນາງ ເພັດວັນ ກໍ່ແກ້ວບຸນມາ ຕາງໜ້າຈາກ ກົມການຄ້າພາຍໃນ.
2.ການວິເຄາະ ແລະ ກວດສອບຄຸນນະພາບຄຳ: ການນຳໃຊ້ເທັກໂນໂລຊີ ແລະ ມາດຕະຖານການກວດສອບຄຸນນະພາບຄຳທີ່ໄດ້ມາດຕະຖານສາກົນ ໂດຍ ທ່ານ ດອກຄຸນ ບຸນເດດ ຈາກ ບໍລິສັດ Helmut Fischer (Thailand) Co., Ltd. ເຊິ່ງເປັນຜູ້ນຳດ້ານເຄື່ອງມືວິເຄາະ ແລະ ວັດແທກລະດັບໂລກ.
3.ເວທີເສວະນາ (Panel Discussion): ພາຍໃຕ້ຫົວຂໍ້ “ການສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກ ແລະ ການຂັບເຄື່ອນມາດຕະຖານຄຳໃນ ສປປ ລາວ ສູ່ສາກົນ” ເຊິ່ງໄດ້ແລກປ່ຽນມຸມມອງຮ່ວມກັບບັນດາວິທະຍາກອນ, ຜູ້ຊ່ຽວຊານ ກ່ຽວກັບທິດທາງການພັດທະນາຕະຫຼາດຄຳລາວ.

ນອກຈາກນີ້, ເນື້ອໃນສຳຄັນຂອງງານແມ່ນອີກອັນໜຶ່ງແມ່ນ ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກຸ່ມບໍລິສັດຄຳ ພູວົງ (ຕາງໜ້າລົງນາມໂດຍ ທ່ານ ຈັນທະວົງ ພະມີສິດ) ແລະ ບໍລິສັດ Helmut Fischer (Thailand) Co., Ltd. (ຕາງໜ້າລົງນາມໂດຍ ທ່ານ ດອກຄຸນ ບຸນເດດ) ເພື່ອຮ່ວມມືກັນໃນການຍົກລະດັບເຄື່ອງມື ແລະ ເຕັກໂນໂລຊີການກວດສອບ ຄຸນນະພາບຄຳໃຫ້ມີຄວາມຖືກຕ້ອງ, ຊັດເຈນ ແລະ ໂປ່ງໃສ ຕາມມາດຕະຖານ ແຫ່ງຊາດ ຂອງ ສປປ ລາວ ແລະ ສາກົນ.
ກອງປະຊຸມສຳມະນາຄັ້ງນີ້ ຖືເປັນຂີດໝາຍອັນສຳຄັນໃນການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ໃນການສ້າງລະບົບນິເວດ ທຸລະກິດຄຳໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ປະຊາຊົນຜູ້ຊົມໃຊ້ ແລະ ພ້ອມທີ່ຈະເຊື່ອມໂຍງ ເຂົ້າກັບມາດຕະຖານຕະຫຼາດສາກົນໃນອະນາຄົດ.


