ເມື່ອໄດ້ຍິນຄຳວ່າ Made in Laos ທ່ານຄິດຫາຜະລິດຕະພັນໃດກ່ອນໝູ່

ໃນໄລຍະຜ່ານມາ ກະແສການສະໜັບສະໜູນ ແລະ ນຳໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ສປປ ລາວ ຫຼື “Made in Laos” ໄດ້ຮັບຄວາມສົນໃຈຈາກສັງຄົມເພີ່ມຂຶ້ນຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນສິນຄ້າກະສິກຳປອດສານພິດ, ຜະລິດຕະພັນຫັດຖະກຳ, ເຄື່ອງນຸ່ງຫົ່ມ ຫຼືອາຫານປຸງແຕ່ງ ເຊິ່ງລ້ວນແລ້ວແຕ່ໄດ້ຮັບການພັດທະນາຄຸນນະພາບໃຫ້ສາມາດແຂ່ງຂັນໄດ້ທັງໃນຕະຫຼາດພາຍໃນ ແລະ ຕ່າງປະເທດ.

ການສະໜັບສະໜູນຜະລິດຕະພັນລາວ ບໍ່ພຽງແຕ່ຊ່ວຍສ້າງລາຍໄດ້ໃຫ້ຜູ້ຜະລິດ ແລະ ຜູ້ປະກອບການຂະຫນາດນ້ອຍ-ກາງເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການຈ້າງງານ, ຫຼຸດຜ່ອນການເອື່ອຍອີງການນຳເຂົ້າ ແລະ ຊ່ວຍໝູນວຽນເສດຖະກິດພາຍໃນປະເທດໃຫ້ເຂັ້ມແຂງຂຶ້ນ. ຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ຈຶ່ງໄດ້ຮ່ວມກັນຈັດງານວາງສະແດງສິນຄ້າ, ໂຄງການສົ່ງເສີມການຕະຫຼາດ ແລະ ການປັບປຸງມາດຕະຖານການຜະລິດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກ ຕໍ່ຄຸນນະພາບຂອງສິນຄ້າລາວ.

ສະນັ້ນ ຈື່ງຮຽກຮ້ອງໃຫ້ຜູ້ບໍລິໂພກລາວ ຫັນມາໃຫ້ຄວາມສຳຄັນ ແລະ ເລືອກໃຊ້ຜະລິດຕະພັນພາຍໃນປະເທດໃຫ້ຫຼາຍຂຶ້ນ ເພື່ອເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ເສດຖະກິດຂອງລາວ ພ້ອມທັງເປັນການສະໜັບສະໜູນຄອບຄົວ ແລະ ຊຸມຊົນລາວໃຫ້ມີຄວາມເປັນຢູ່ດີກິນດີຂຶ້ນຢ່າງຍືນຍົງ ແລະ ຕະຫຼອດໄປ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles