ງານ Made in Laos 2026 ຈັດໃຫຍ່ 3–11 ຕຸລານີ້! ລວມ 204 ຫ້ອງສະແດງຈາກ 17 ແຂວງ

ພິທີແຖງຂ່າວການຈັດງານ ວາງສະແດງຜະລິດຕະພັນລາວ ປະຈຳປີ 2026 (Made in Laos 2026) ຈັດຂຶ້ນໃນຕອນບ່າຍວັນທີ 1 ກັນຍາ 2026 ທີ່ ສຄອຊ ໂດຍມີ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ເປັນປະທານ ພ້ອມດ້ວຍບັນດາຜູ້ຕາງໜ້າພາກລັດ, ພາກທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ງານ Made in Laos 2026 ຈະຈັດຂຶ້ນໃນວັນທີ 3–11 ຕຸລາ 2026 ລວມ 9 ວັນ ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ, ນະຄອນຫຼວງວຽງຈັນ. ໂຄງການນີ້ເລີ່ມຈັດຂຶ້ນມາຕັ້ງແຕ່ປີ 2011 ແລະ ໃນປີ 2026 ສຄອຊ ແຂວງຫົວພັນ ໄດ້ຮັບກຽດເປັນເຈົ້າພາບຮ່ວມ.

ພາຍໃນງານຈະມີ 204 ຫ້ອງສະແດງສິນຄ້າ ຈາກ 17 ແຂວງ ແລະ 160 ຫົວໜ່ວຍບໍລິສັດ ເຂົ້າຮ່ວມ ໂດຍຄອບຄຸມ 8 ຂະແໜງສຳຄັນ ໄດ້ແກ່:

1. ຜະລິດຕະພັນທີ່ຕິດກາໝາຍ Made in Laos

2. ຜະລິດຕະພັນ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP)

3. ຫັດຖະກຳແຜ່ນແພ, ຜ້າຝ້າຍ, ຜ້າໄໝ ແລະ ຫັດຖະກຳເຄື່ອງເງິນ

4. ເຟີນີເຈີ ແລະ ເຄື່ອງຕົກແຕ່ງພາຍໃນເຮືອນ

5. ຜະລິດຕະພັນ ແລະ ປຸງແຕ່ງກະສິກຳ

6. ອາຫານ ແລະ ເຄື່ອງດື່ມ

7. ອຸດສາຫະກຳໜັກ-ເບົາ

8. ທ່ອງທ່ຽວ, ບໍລິການ ແລະ ຂົນສົ່ງ

ສຳລັບແຂວງຫົວພັນ ໃນຖານະເຈົ້າພາບຮ່ວມ ຈະມີການອອກແບບ ແລະ ຕົກແຕ່ງ Booth Pavilion ເປັນພິເສດ ເພື່ອນຳສະເໜີວິຖີຊີວິດ, ຮີດຄອງປະເພນີ, ວັດທະນະທຳ, ອາຫານການກິນ ແລະ ແຫຼ່ງທ່ອງທ່ຽວເດັ່ນຂອງແຂວງ.

ເປົ້າໝາຍສຳຄັນ ຂອງງານ ແມ່ນສົ່ງເສີມໃຫ້ຄົນລາວຫັນມາຊົມໃຊ້ສິນຄ້າລາວຫຼາຍຂຶ້ນ, ຊຸກຍູ້ການຜະລິດພາຍໃນ, ສ້າງລາຍຮັບໃຫ້ຄອບຄົວ ແລະ ຍົກລະດັບ SME ໃຫ້ສາມາດຜະລິດສິນຄ້າມີຄຸນນະພາບ-ມາດຕະຖານ ສາມາດແຂ່ງຂັນໄດ້ທັງຕະຫຼາດພາຍໃນ ແລະ ຕະຫຼາດສົ່ງອອກ.

ພາຍໃນງານຍັງຈະມີການແລກປ່ຽນຄວາມຮູ້-ເຕັກນິກວິຊາການ, ການພົບປະທຸລະກິດ, ການເປີດຕົວສິນຄ້າ-ບໍລິການ, ການໂຄສະນາການທ່ອງທ່ຽວ-ການລົງທຶນ, ການແຈກຂອງລາງວັນ ແລະ ການສະແດງບັນເທີງຕະຫຼອດ 9 ວັນ.

ໃນພິທີແຖງຂ່າວ ຍັງໄດ້ມີການເຊັນ MOU ການເປັນຄູ່ຮ່ວມຍຸດທະສາດ ໃນການຈັດງານ Made in Laos ລະຫວ່າງ ສຄອຊ ແລະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ.

ພາຍໃຕ້ MOU ດັ່ງກ່າວ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ຕົກລົງສະໜັບສະໜູນງານ Made in Laos ຢ່າງຕໍ່ເນື່ອງ 3 ປີ (2027–2029) ລວມມູນຄ່າ 900 ລ້ານກີບ.

ທີ່ມາ: ຂ່າວເສດຖະກິດແລະສັງຄົມ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles