ເມືອງໄຊ, 31 ສິງຫາ 2026 — ຝົນຕົກໜັກຕິດຕໍ່ກັນຫຼາຍວັນ ນັບແຕ່ຄືນວັນທີ 29 ຫາ 31 ສິງຫາ 2026 ໄດ້ເຮັດໃຫ້ເກີດນ້ຳປ່າໄຫຼຊຸແຮງ ແລະ ນ້ຳຖ້ວມຂັງໃນຫຼາຍພື້ນທີ່ຂອງເມືອງໄຊ, ສົ່ງຜົນກະທົບຕໍ່ບ້ານເຮືອນ, ຊັບສິນ ແລະ ຊີວິດຂອງປະຊາຊົນ.
ໃນຕອນບ່າຍວັນທີ 31 ສິງຫາ, ທ່ານ ນາງ ວຽງມະນີ ສຸລິໄຊ ຮອງເລຂາພັກເມືອງ ແລະ ຫົວໜ້າຄະນະຈັດຕັ້ງເມືອງໄຊ ໄດ້ລາຍງານສະພາບຜົນກະທົບຈາກໄພນ້ຳຖ້ວມ ໂດຍລະບຸວ່າ ຜົນກະທົບເບື້ອງຕົ້ນກວມເອົາ 3 ຕາແສງ ລວມ 47 ບ້ານ ປະກອບມີ ຕາແສງພູໄຊ 25 ບ້ານ, ຕາແສງກໍ່ນ້ອຍ 15 ບ້ານ ແລະ ຕາແສງນາຮ້ວງ 7 ບ້ານ.
ດ້ານບ້ານເຮືອນ ແລະ ຊັບສິນ ພົບວ່າ ມີເຮືອນປະຊາຊົນຖືກດິນຖົ່ມຈາກເຫດດິນເຈື່ອນ 4 ຫຼັງ, ເຮືອນຖືກນ້ຳປ່າໄຫຼພັດໄປທັງຫຼັງ 1 ຫຼັງ, ເຮືອນຄົວຖືກນ້ຳພັດໄປ 1 ຫຼັງ ແລະ ມີເຮືອນອີກ 1 ຫຼັງ ຖືກດິນເຈື່ອນຖົ່ມ.
ນອກຈາກນັ້ນ, ໂຮງຮຽນປະຖົມ ແລະ ຫ້ອງນ້ຳ ບາງແຫ່ງໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມ ແລະ ນ້ຳປ່າໄຫຼຊຸ.
ດ້ານພາຫະນະ, ມີລົດໃຫຍ່ ປະເພດລົດຕູ້ ແລະ ລົດຈິບ ຈຳນວນ 2 ຄັນ ຖືກນ້ຳໄຫຼພັດໄປ.
ດ້ານຄົນ, ມີລາຍງານຜູ້ໄດ້ຮັບບາດເຈັບ 3 ກໍລະນີ, ໃນນັ້ນ 1 ກໍລະນີແຂນຫັກ ແລະ ໄດ້ນຳສົ່ງໄປປິ່ນປົວຢູ່ໂຮງໝໍ 150 ຕຽງ. ຂະນະດຽວກັນ ມີຜູ້ສູນຫາຍຈາກກະແສນ້ຳ 1 ຄົນ ເປັນເພດຍິງ.
ພາຍຫຼັງເກີດເຫດ, ຄະນະກຳມະການຄວບຄຸມໄພພິບັດຂັ້ນເມືອງ ໄດ້ລົງພື້ນທີ່ຕິດຕາມສະພາບການ, ກວດກາ ແລະ ເກັບກຳຂໍ້ມູນຄວາມເສຍຫາຍ. ພ້ອມທັງແຕ່ງຕັ້ງຄະນະປະຈຳ ແລະ ທີມງານລົງຊ່ວຍເຫຼືອຕາມ 6 ຈຸດໃຫຍ່ ທີ່ໄດ້ຮັບຜົນກະທົບໜັກ.
ການຊ່ວຍເຫຼືອເບື້ອງຕົ້ນ ເນັ້ນໃສ່ການຈັດຫາເຄື່ອງນອນ, ອຸປະກອນເຮືອນຄົວ ແລະ ການກວດກາສຸຂະພາບ ພ້ອມປິ່ນປົວສຸກເສີນໃຫ້ແກ່ຜູ້ບາດເຈັບ.
ຂະນະດຽວກັນ, ຄະນະຮັບຜິດຊອບຈະສືບຕໍ່ລົງເກັບກຳ ແລະ ປະເມີນຄວາມເສຍຫາຍຢ່າງລະອຽດຕາມແຕ່ລະບ້ານ, ພ້ອມປະສານງານກັບຂັ້ນແຂວງເພື່ອຂໍທິດຊີ້ນຳ ແລະ ຂໍການຊ່ວຍເຫຼືອຕາມຄວາມຈຳເປັນ.
ພ້ອມນີ້ ຍັງໄດ້ກະກຽມພາຫະນະ, ງົບປະມານ ແລະ ກຳລັງພົນ ເພື່ອພ້ອມຮັບມື ແລະ ຊ່ວຍເຫຼືອປະຊາຊົນໃຫ້ທັນທ່ວງທີ ຕະຫຼອດ 24 ຊົ່ວໂມງ.
ໃນໂອກາດດຽວກັນ, ພັອ ບຸນແພງ ລໍນີຈັນ ຄະນະພັກ ແລະ ຮອງກອງບັນຊາການ ປກສ ແຂວງ ໄດ້ມອບເງິນຈຳນວນ 5 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການແກ້ໄຂ ແລະ ບັນເທົາຜົນກະທົບຈາກໄພພິບັດທາງທຳມະຊາດໃນຄັ້ງນີ້.
ໝາຍເຫດ: ຕົວເລກຄວາມເສຍຫາຍທັງໝົດຍັງເປັນ ຂໍ້ມູນເບື້ອງຕົ້ນ ແລະ ອາດມີການປັບປຸງເພີ່ມເຕີມ ຫຼັງຈາກຄະນະຮັບຜິດຊອບສຳຫຼວດຄົບຖ້ວນ.
ທີ່ມາ: ຄວາມສະຫງົບ


