ກະຊວງການເງິນ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໄດ້ຈັດພິທີເປີດນຳໃຊ້ລະບົບຄຸ້ມຄອງຈັດເກັບຄ່າທຳນຽມແລະຄ່າບໍລິການຂອງຂະແໜງການພາກລັດ ຫຼື D-Filing ເພື່ອຫັນການຈັດເກັບລາຍຮັບຂອງພາກລັດໃຫ້ມີຄວາມທັນສະໄໝ, ເປັນລະບົບ ແລະ ໂປ່ງໃສ. ຊຶ່ງໄດ້ຈັດຂຶ້ນໃນວັນທີ 28 ສິງຫາ 2026 ໂດຍການເຂົ້າຮ່ວມເປັນປະທານເປີດຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຈີນດາວົງ ໂພສີຄຳ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍຄະນະຮັບຜິດຊອບຈາກກະຊວງການເງິນ, ການນຳແຂວງ ແລະ ຕາງໜ້າພະແນກການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.
ລະບົບຄຸ້ມຄອງຈັດເກັບຄ່າທຳນຽມ ແລະ ຄ່າບໍລິການແບບເອເລັກໂຕຣນິກ (D-Filing) ເປັນ “ເຄື່ອງມືດິຈິຕອນລວມສູນ” ຂອງພາກລັດ ທີ່ຈະເຂົ້າມາປ່ຽນແປງການຈັດເກັບລາຍຮັບຈາກຮູບແບບເກົ່າໃຫ້ສາມາດກວດສອບໄດ້ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.

ລະບົບດັ່ງກ່າວມີໜ້າທີ່ຫຼັກດັ່ງນີ້ :
1. ຄຸ້ມຄອງການແຈ້ງຊຳລະຄ່າທຳນຽມ ແລະ ຄ່າບໍລິການທຸກຢ່າງຜ່ານລະບົບເອເລັກໂຕຣນິກ, ເຊື່ອມຕໍ່ກັບລະບົບຊຳລະຂອງທະນາຄານ ແລະ ພາກສ່ວນກ່ຽວຂ້ອງ ເພື່ອໃຫ້ຂໍ້ມູນກົງກັນທົ່ວປະເທດ.
2. ສ້າງບັນຊີຄູ່ແບບອັດໂຕໂນມັດ ເພື່ອຕິດຕາມການເກັບລາຍຮັບໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ, ຫຼຸດຜ່ອນຂໍ້ຜິດພາດ ແລະ ສາມາດກວດສອບຄືນໄດ້ຕະຫຼອດເວລາ.
3. ຫຼຸດຜ່ອນການປ້ອນຂໍ້ມູນຊໍ້າຊ້ອນຂອງເຈົ້າໜ້າທີ່, ເຮັດໃຫ້ວຽກໄວຂຶ້ນ ແລະ ຫັນເປັນດິຈິຕອນ 100%.
4. ຮອງຮັບຂໍ້ມູນຂະໜາດໃຫຍ່ ແລະ ລາຍງານຜົນແບບ Real-Time.
ພ້ອມນີ້, ໃນພິທີດັ່ງກ່າວຍັງໄດ້ມີການແລກປ່ຽນຄຳຄິດເຫັນກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ລະບົບ D-Filing ໂດຍເນັ້ນໃສ່ 6 ເປົ້າໝາຍສຳຄັນ ເພື່ອປັບປຸງກົນໄກດ້ານເສດຖະກິດ, ເສີມສ້າງການຄຸ້ມຄອງລັດໃຫ້ມີປະສິດທິພາບ, ຍົກລະດັບການຈັດເກັບລາຍຮັບ ແລະ ວາງພື້ນຖານສຳລັບການພັດທະນາສັງຄົມຢ່າງຍືນຍົງ. ບັນດາຜູ້ເຂົ້າຮ່ວມຍັງໄດ້ສົນທະນາ ແລະ ປະກອບຄຳເຫັນຕໍ່ການນຳໃຊ້ລະບົບດັ່ງກ່າວ ເພື່ອໃຫ້ການຈັດຕັ້ງວຽກງານເປັນໄປຕາມແຜນການ, ສາມາດຕິດຕາມກວດກາໄດ້ຢ່າງຊັດເຈນ ແລະ ໃຫ້ໄດ້ຜົນຕາມບັນດາເປົ້າໝາຍທີ່ກຳນົດໄວ້.

ການນຳໃຊ້ລະບົບ D-Filing ບໍ່ພຽງແຕ່ເປັນການຫັນການຈັດເກັບລາຍຮັບຂອງລັດໃຫ້ທັນສະໄໝເທົ່ານັ້ນ, ແຕ່ຍັງເປັນກົນໄກສຳຄັນໃນການອຳນວຍຄວາມສະດວກໃຫ້ແກ່ພາກລັດ ແລະ ຫົວໜ່ວຍທຸລະກິດ, ສາມາດຄຸ້ມຄອງ ແລະ ຕິດຕາມກວດກາບັນຊີໄດ້ຢ່າງເປັນລະບົບ, ໂປ່ງໃສ, ຫຼຸດຜ່ອນຂັ້ນຕອນທີ່ຊັບຊ້ອນ ແລະ ຊ່ວຍໃຫ້ການຈັດເກັບລາຍຮັບເຂົ້າງົບປະມານເປັນໄປຢ່າງຄົບຖ້ວນ.
ພາຍຫຼັງພິທີເປີດນຳໃຊ້, ຄະນະນຳ ແລະ ຄະນະວິຊາການໄດ້ລົງກວດກາ ແລະ ຕິດຕາມການນຳໃຊ້ລະບົບຕົວຈິງ ຢູ່ກອງຄຸ້ມຄອງພາຫະນະ ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ເພື່ອປະເມີນສະພາບການນຳໃຊ້ລະບົບ ແລະ ຮັບຟັງບັນຫາອຸປະສັກຈາກການປະຕິບັດຕົວຈິງ.

ການເປີດນຳໃຊ້ D-Filing ຖືເປັນອີກບາດກ້າວໜຶ່ງໃນການຫັນວຽກງານການເງິນ ແລະ ການຈັດເກັບລາຍຮັບສູ່ລະບົບດິຈິຕອນ, ສ້າງຄວາມໂປ່ງໃສ, ເພີ່ມປະສິດທິພາບການບໍລິຫານ ແລະ ສ້າງຄວາມສະດວກໃນການດຳເນີນງານທັງພາກລັດ ແລະ ພາກທຸລະກິດ.


