ໂຄງສ້າງເສດຖະກິດ ປະກອບດ້ວຍ: ກະສິກຳ-ປ່າໄມ້ ຂະຫຍາຍ 4.9% ກວມ 51% ຂອງ GDP
ອຸດສາຫະກຳ ຂະຫຍາຍ 4.2% ກວມ 29%
ບໍລິການ ຂະຫຍາຍ 3.7% ກວມ 17%
ພາສີ-ອາກອນ ຂະຫຍາຍ 5.8%
ຂໍ້ມູນດັ່ງກ່າວ ຖືກລາຍງານໃນກອງປະຊຸມສະຫຼຸບການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ແຜນລົງທຶນຂອງລັດ ແລະ ແຜນງົບປະມານແຫ່ງລັດ ໃນ 6 ເດືອນຕົ້ນປີ ແລະ ກຳນົດທິດທາງ 6 ເດືອນທ້າຍປີ 2026 ທີ່ຫໍປະຊຸມໃຫຍ່ແຂວງ.
ໃນ 6 ເດືອນ ແຂວງສາມາດຈັດເກັບລາຍຮັບໄດ້ 1,113.1 ຕື້ກີບ ຫຼື 63.06% ຂອງແຜນການປີ, ຂະນະທີ່ລາຍຈ່າຍປະຕິບັດໄດ້ 341.15 ຕື້ກີບ ຫຼື 31.02% ຂອງແຜນ.
ຮອດປັດຈຸບັນ ລາຍຮັບລວມບັນລຸ 1,485.48 ຕື້ກີບ ຫຼື 84.14% ຂອງແຜນປີ, ຂະນະທີ່ລາຍຈ່າຍລວມຢູ່ທີ່ 474.46 ຕື້ກີບ ຫຼື 42.97% ຂອງແຜນ.
ການຄ້າຕ່າງປະເທດ ມີມູນຄ່າສົ່ງອອກ-ນຳເຂົ້າ 159.28 ລ້ານໂດລາ ຫຼື 49% ຂອງແຜນ ແລະ ເພີ່ມຂຶ້ນ 18% ຈາກໄລຍະດຽວກັນຂອງປີຜ່ານມາ. ໃນນັ້ນ ສົ່ງອອກ 120.88 ລ້ານໂດລາ ແລະ ນຳເຂົ້າ 38.39 ລ້ານໂດລາ.
ດ້ານການລົງທຶນ ມີມູນຄ່າ 1,652 ຕື້ກີບ ຫຼື 50% ຂອງແຜນການ. ແຜນລົງທຶນຂອງລັດມີ 197 ໂຄງການ ມູນຄ່າ 2,428 ຕື້ກີບ, ໃນນັ້ນ 95 ໂຄງການໄດ້ຮັບອະນຸມັດເບີກຈ່າຍ ມູນຄ່າ 90.52 ຕື້ກີບ. ສ່ວນທຶນ ODA ມີ 16 ໂຄງການ ແລະ ໄດ້ອະນຸຍາດການລົງທຶນເອກະຊົນພາຍໃນ-ຕ່າງປະເທດ 25 ໂຄງການ.
ຂະນະທີ່ສິນເຊື່ອທະນາຄານຍອດສະສົມບັນລຸ 1,543 ຕື້ກີບ ຫຼື 79% ຂອງແຜນການ, ໂດຍສ່ວນໃຫຍ່ຈັດສັນໃຫ້ແກ່ຂະແໜງກະສິກຳ-ປ່າໄມ້ 44%, ບໍລິການ 20% ແລະ ອຸດສາຫະກຳ 12%.
ສຳລັບ 6 ເດືອນທ້າຍປີ, ແຂວງຈະເລັ່ງລັດການຈັດເກັບລາຍຮັບ, ອັດຊ່ອງວ່າງການຮົ່ວໄຫຼ, ຊຸກຍູ້ການຜະລິດພາຍໃນ, ແກ້ໄຂໜີ້ສິນ ແລະ ຂໍ້ຄົງຄ້າງ, ເລັ່ງການເບີກຈ່າຍໂຄງການລົງທຶນ ພ້ອມສົ່ງເສີມການຄ້າ-ການລົງທຶນ.
ພ້ອມກັນນັ້ນ ຈະເອົາໃຈໃສ່ແກ້ໄຂບັນຫາ ຂາດແຄນຄູ ແລະ ການປະລະການຮຽນ ເພື່ອຍົກສູງຄຸນນະພາບຊັບພະຍາກອນມະນຸດ.
ຜົນງານ 6 ເດືອນຕົ້ນປີສະທ້ອນວ່າ ເສດຖະກິດອັດຕະປືຍັງຮັກສາການຂະຫຍາຍຕົວໄດ້ທີ່ 4.3% ໂດຍກະສິກຳ-ປ່າໄມ້ຍັງເປັນຂະແໜງຫຼັກ. ສຳລັບໄລຍະຕໍ່ໄປ ແຂວງຈະເນັ້ນການຮັກສາການເຕີບໂຕ, ເພີ່ມລາຍຮັບ, ຜັກດັນການລົງທຶນ ແລະ ສ້າງຖານການພັດທະນາໃຫ້ແຂວງໃນປີ 2026.
ຂ່າວ: ອັດຕະປື


