ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2026 -2027, ເຊິ່ງເນື້ອໃນບາງຕອນຂອງສານໄດ້ລະບຸວ່າ: ເພື່ອກຽມຄວາມພ້ອມ ໃຫ້ແກ່ການຮຽນ-ການສອນ ໃນສົກຮຽນ 2026-2027 ທີ່ປຽບດັ່ງປາງບຸນໃຫຍ່ຂອງສົກການສຶກສາ ໃຫ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີປະສິດທິຜົນ, ຮັບປະກັນຄຸນນະພາບການຮຽນ-ການສອນ, ແກ້ໄຂບັນຫາ, ຈຸດຄົງຄ້າງໃນສົກຮຽນຜ່ານມາ ເປັນຕົ້ນແມ່ນ ອັດຕາການປະລະການຮຽນ ເຖິງວ່າມີທ່າອ່ຽງຫຼຸດລົງ ແຕ່ກໍ່ຍັງບໍ່ທັນສາມາດແກ້ໄຂໄດ້ຢ່າງຂາດຕົວ, ບັນຫາຂາດຄູສອນ ແລະ ການເຂົ້າຮຽນສາຍອາຊີວະ ແລະ ການສຶກສາຊັ້ນສູງ ຍັງບໍ່ທັນໄດ້ຮັບການຫັນປ່ຽນຢ່າງແຂງແຮງ ແລະ ອື່ນໆ; ເພື່ອສ້າງພື້ນຖານທີ່ໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ທ່ານນາຍົກ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ທັງຜູ້ຮັບຜິດຊອບວຽກງານສຶກສາທິການ ແລະ ກິລາ ໂດຍກົງ ແລະ ທົ່ວປວງຊົນລາວທັງຊາດ ໃຫ້ພ້ອມກັນເອົາໃຈໃສ່ ດັ່ງນີ້:
1: ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ຈົ່ງເຊີດຊູ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນ, ກຳແໜ້ນສະພາບຂອງບັນດາສະຖານການສຶກສາ, ມີການຕິດຕາມ, ຊຸກຍູ້ ຢ່າງໃກ້ຊິດ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານເປັນປົກກະຕິ ແລະ ຕໍ່ ເນື່ອງ, ເອົາໃຈໃສ່ສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ວັນນະຄະດີ ແລະ ສ້າງສະພາບແວດລ້ອມ, ສິ່ງອຳນວຍຄວາມສະດວກຂອງໂຮງຮຽນ ໃຫ້ມີບັນຍາກາດອັນໃໝ່ ເພື່ອດຶງດູດນັກຮຽນ-ນັກ ສຶກສາ ມີຄວາມສົນໃຈໃນການຮໍ່າຮຽນ ແລະ ໃຫ້ຄວາມສຳຄັນຕໍ່ການຮ່ຳຮຽນຫຼາຍຂຶ້ນ;
2: ການນໍາກະຊວງສຶກສາທິການ ແລະ ກິລາ, ການນໍາຂອງພະແນກສຶກສາທິການ ແລະ ກິລາ, ນະຄອນຫຼວງວຽງຈັນ, ບັນດາແຂວງ, ເມືອງ, ນະຄອນ ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຜົນສຳ ເລັດ ກໍຄື ມະຕິກອງປະຊຸມຜູ້ບໍລິຫານງານການສຶກສາທົ່ວປະເທດ ປະຈຳສົກຮຽນ 2025-2026 ເຂົ້າສູ່ວຽກງານຕົວຈິງໃຫ້ເປັນຮູບປະທໍາ;
3: ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່ວິຊາສະເພາະຕາມຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ ດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ, ຈັນຍາທຳ ຕໍ່ວິ ຊາຊີບຂອງຕົນ, ເປັນເຈົ້າການປະຕິບັດ 3 ລັກສະນະ 5 ຫຼັກມູນ ຂອງການສຶກສາ, ຮໍ່າຮຽນເອົາເຕັກ ນິກອັນໃໝ່ ມາໝູນໃຊ້ເຂົ້າໃນການກະກຽມບົດສອນ, ຈັດຮູບແບບການຮຽນ-ການສອນ ໃຫ້ມີຄວາມຫຼາກຫຼາຍ ເພື່ອດຶງດູດນັກຮຽນ-ນັກສຶກສາ ໃຫ້ມີຄວາມສົນໃຈ, ມີຄວາມຕັ້ງໃຈ ໃນການຮໍ່າຮຽນ.
4: ຮຽກຮ້ອງມາຍັງ ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫຼານຂອງຕົນ ທີ່ຢູ່ໃນເກນອາຍຸ ໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຈົນຈົບຢ່າງໜ້ອຍ ການສຶກສາພາກບັງຄັບ (ຊັ້ນມັດທະຍົມສຶກສາປີທີ 4) ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ຂັ້ນພື້ນຖານ ເພື່ອໄປຕໍ່ຍອດໃນສາຍອາຊີບ ແລະ ສາມາດສືບຕໍ່ຮຽນໃນຊັ້ນທີ່ສູງຂຶ້ນໄປ, ໃຫ້ນັບມື້ຫຼາຍຂຶ້ນ, ໃຫ້ຖືວຽກນີ້ເປັນພັນທະ, ເປັນຄວາມຮັບຜິດຊອບລວມຕໍ່ສັງຄົມ ຂອງຜູ້ປົກຄອງ ກໍ່ຄືເພື່ອອະນາຄົດທີ່ດີຂອງລູກຫຼານ;
5: ສໍາລັບ, ລູກຫຼານນັກຮຽນ-ນັກສຶກສາ ຈົ່ງພາກັນຕັ້ງໃຈຄົ້ນຄວ້າຮ່ຳຮຽນ ຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູ-ອາຈານ, ເປັນລູກຫຼານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງທີ່ດີຂອງປະເທດຊາດ;
6: ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ໂຮງຮຽນພາກເອກະຊົນ, ຫົວໜ່ວຍທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນປະກອບສ່ວນຕາມພາລະບົດບາດຂອງຕົນ ໃນການສຶກສາອົບຮົມແນວຄິດໃຫ້ແກ່ນັກຮຽນ-ນັກສຶກສາ, ຊ່ວຍຄູອາຈານ ໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ-ນັກສຶກສາ ຮັບຮູ້, ເຂົ້າໃຈເລິກເຊິ່ງ ແລະ ກວ້າງຂວາງ ເຫັນໄດ້ຄວາມສຳ ຄັນ, ຈຳເປັນ ແລະ ຄຸນປະໂຫຍດຂອງການສຶກສາ, ຖືເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ ໃນທົ່ວສັງຄົມຂອງປະເທດເຮົາ.
ທ່ານນາຍົກກ່າວຕື່ມວ່າ: ຂໍຮຽກຮ້ອງມາຍັງ ທຸກການຈັດຕັ້ງ ທັງພາກລັດ ແລະ ພາກເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນການກະກຽມຄວາມພ້ອມ, ສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອ, ສະໜັບສະໜູນ ຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ເພື່ອເຮັດໃຫ້ສົກຮຽນໃໝ່ 2026-2027 ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ.
ຂໍອວຍພອນໄຊອັນປະເສີດ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນ ສຳເລັດໃນໜ້າທີ່ວຽກງານຂອງຕົນ ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາການສຶກສາຂອງລາວເຮົາ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ອວຍພອນແດ່ ສົກຮຽນໃໝ່ 2026–2027 ຈົ່ງເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ.
ທີ່ມາ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ຄັດຈາກສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ


