ສະພາປະຊາຊົນ ນວ ເນັ້ນເລັ່ງແກ້ບັນຫານໍ້າປະປາບໍ່ພຽງພໍ ຫຼັງຄວາມຕ້ອງການສູງເຖິງ 504,000 ແມັດກ້ອນ/ວັນ

ໃນວັນທີ 26 ສິງຫາ 2026, ທ່ານ ທະນົງໄຊ ຄຸດໄພທູນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມຄະນະ ໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 6 ເດືອນຕົ້ນປີ 2026 ຢູ່ລັດວິສາຫະກິດນໍ້າປະປາ ນວ.

ທ່ານ ໄຊຍາ ໄຊມຸງຄຸນ ຜູ້ອຳນວຍການໃຫຍ່ ໄດ້ລາຍງານວ່າ ປັດຈຸບັນກຳລັງການຜະລິດນໍ້າປະປາສະເລ່ຍຢູ່ທີ່ 400,000 ແມັດກ້ອນ/ວັນ ແຕ່ຄວາມຕ້ອງການໃນສັງຄົມສູງເຖິງ 504,000 ແມັດກ້ອນ/ວັນ, ສະທ້ອນໃຫ້ເຫັນວ່າຍັງມີປະລິມານນໍ້າປະປາບໍ່ພຽງພໍຕໍ່ຄວາມຕ້ອງການ.

ເພື່ອເພີ່ມກຳລັງການຜະລິດ ກຳລັງເລັ່ງດຳເນີນ 3 ໂຄງການສຳຄັນ ຄື: ໂຮງງານບ້ານໃໝ່ (ຫ້ວຍຫ້ອມ) ກຳລັງຜະລິດ 20,000 ແມັດກ້ອນ/ວັນ ຄາດສຳເລັດເດືອນ 4/2027; ໂຮງງານບ້ານດ່ານຊ້າງ 20,000 ແມັດກ້ອນ/ວັນ ຄາດສຳເລັດທ້າຍປີ 2027; ແລະ ໂຮງງານຈີ່ນາຍໂມ້ ພາກຂະຫຍາຍ 40,000 ແມັດກ້ອນ/ວັນ ຄາດສຳເລັດທ້າຍປີ 2028.

ດ້ານການໃຫ້ບໍລິການ, ໃນ 9 ຕົວເມືອງ ລວມ 481 ບ້ານ ປັດຈຸບັນມີນໍ້າປະປາເຂົ້າເຖິງ 378 ບ້ານ ຫຼື 79%, ສ່ວນ 103 ບ້ານ ຍັງບໍ່ເຂົ້າເຖິງ ໂດຍສ່ວນໃຫຍ່ຢູ່ເມືອງປາກງື່ມ, ສັງທອງ ແລະ ບາງເຂດຂອງໄຊທານີ. ຂະນະທີ່ບັນຫາສຳຄັນຍັງມີລະດັບນໍ້າດິບປ່ຽນແປງຕາມລະດູ, ທໍ່ນໍ້າເກົ່າຊຸດໂຊມ, ນໍ້າສູນເສຍ, ໄຟຟ້າຕົກ-ມອດ ແລະ ຂໍ້ຈຳກັດດ້ານງົບປະມານ.

ສຳລັບຜົນງານ 6 ເດືອນຕົ້ນປີ 2026, ລັດວິສາຫະກິດນໍ້າປະປາ ນວ ສາມາດຈັດເກັບລາຍຮັບໄດ້ 53% ຂອງແຜນປີ ແລະ ສ້າງກຳໄລໄດ້ປະມານ 91,6 ຕື້ກີບ. ພ້ອມນຳໃຊ້ລະບົບຈົດເລກນໍ້າ ແລະ ພິມໃບບິນແບບ Real-time ຜ່ານໂທລະສັບ ແລະ ຮອງຮັບການຊຳລະຜ່ານທະນາຄານ.

ໃນຕອນທ້າຍ, ທ່ານ ທະນົງໄຊ ໄດ້ເນັ້ນໃຫ້ລັດວິສາຫະກິດນໍ້າປະປາ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພຽງພໍ, ຫຼຸດຜ່ອນນໍ້າສູນເສຍຈາກລະບົບທໍ່, ຈັດການໜີ້ຄ້າງຊຳລະ ແລະ ເລັ່ງຜັນຂະຫຍາຍໂຄງການໂຮງງານນໍ້າປະປາໃຫ້ສຳເລັດຕາມກຳນົດ ເພື່ອຍົກລະດັບການບໍລິການ ແລະ ຮັບປະກັນນໍ້າປະປາໃຫ້ປະຊາຊົນໄດ້ຢ່າງທົ່ວເຖິງ.

ທີ່ມາ: ວຽງຈັນໃໝ່ / VientianeMai

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles