ຍີ່ປຸ່ນ ຊ່ວຍເຫຼືອ 40,570 ໂດລາ ກໍ່ສ້າງລະບົບນໍ້າລິນ ຢູ່ຊຽງຂວາງ

ລັດຖະບານຍີ່ປຸ່ນ ໃຫ້ການສະໜັບສະໜູນໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນ ແຂວງຊຽງຂວາງ ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ມູນຄ່າປະມານ 40,570 ໂດລາສະຫະລັດ ເພື່ອຊ່ວຍໃຫ້ປະຊາຊົນໃນພື້ນທີ່ຫ່າງໄກສາມາດເຂົ້າເຖິງນໍ້າສະອາດ ແລະ ຖືກສຸຂະອະນາໄມ.

ພິທີເຊັນສັນຍາໂຄງການ ຈັດຂຶ້ນໃນວັນທີ 24 ສິງຫາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ຕາງໜ້າລັດຖະບານຍີ່ປຸ່ນ ແລະ ທ່ານ ພູວົງ ອຸ່ນຄໍາແສນ ເລຂາພັກແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ທ່ານ ໂຄອິຊຶມິ ຊຶໂຕະມຸ ກ່າວວ່າ ປັດຈຸບັນ ຄົວເຮືອນໃນລາວປະມານ 90% ສາມາດເຂົ້າເຖິງນໍ້າສະອາດ ແລະ ປອດໄພ ແຕ່ຍັງມີບາງພື້ນທີ່ຫ່າງໄກທີ່ຕ້ອງການການປັບປຸງ ເຊັ່ນ ບ້ານນາປັນ. ພ້ອມຫວັງວ່າ ໂຄງການຈະສາມາດສໍາເລັດໂດຍໄວ ແລະ ຊ່ວຍຍົກລະດັບຄຸນນະພາບຊີວິດ ແລະ ສຸຂະອະນາໄມຂອງຊຸມຊົນ.

ໂຄງການ GGP ແມ່ນໂຄງການຂອງລັດຖະບານຍີ່ປຸ່ນ ທີ່ສະໜັບສະໜູນທຶນໃຫ້ແກ່ໂຄງການຂະໜາດນ້ອຍ ເຊິ່ງໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນທ້ອງຖິ່ນ ແລະ ມີເປົ້າໝາຍຊ່ວຍສົ່ງເສີມການພັດທະນາໃນປະເທດກໍາລັງພັດທະນາ ລວມທັງ ສປປ ລາວ.

ແຫຼ່ງຂ່າວ: ສະຖານທູດຍີ່ປຸ່ນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles