ຄະນະນຳ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

ໃນວັນທີ 27 ສິງຫາ 2026, ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ເຂົ້າອວຍພອນ ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ ໂດຍນຳໂດຍ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍຄະນະ.

ໃນໂອກາດດັ່ງກ່າວ, ຄະນະນຳ ສຊປລ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ຫງວຽນ ມິ່ງ ເຕີມ ເອກອັກຄະລັດຖະທູດວິສາມັນ ແລະ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.

ສະຫາຍ ສຸລິຍາ ແກ້ວພິລາວົງ ໄດ້ຕາງໜ້າໃຫ້ ສຊປລ ກ່າວອວຍພອນໄຊອັນປະເສີດ ແດ່ສະຫາຍ ຫງວຽນ ມິ່ງ ເຕີມ ແລະ ຜ່ານສະຫາຍໄປຍັງ ພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ເນື່ອງໃນວັນຊາດຄົບຮອບ 81 ປີ. ພ້ອມທັງຢືນຢັນເຖິງສາຍພົວພັນມິດຕະພາບ, ຄວາມຮ່ວມມື ແລະ ຄວາມຜູກພັນອັນແໜ້ນແຟ້ນລະຫວ່າງ ສອງພັກ, ສອງລັດ, ສອງອົງການຈັດຕັ້ງຊາວໜຸ່ມ ແລະ ປະຊາຊົນລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ.

ພ້ອມນີ້, ໄດ້ອວຍພອນໃຫ້ ພັກ, ລັດ, ລັດຖະບານ, ປະຊາຊົນຫວຽດນາມ ກໍຄື ສະຫາຍ ຫງວຽນ ມິ່ງ ເຕີມ ຈົ່ງມີສຸຂະພາບພະລານາໄມສົມບູນ, ແຂງແຮງ,ມີຜົນສຳເລັດໃນໜ້າທີ່ວຽກງານ ແລະ ສືບຕໍ່ຮ່ວມມືສົ່ງເສີມສາຍພົວພັນ ລາວ-ຫວຽດນາມ ໃຫ້ນັບມື້ເລິກເຊິ່ງ, ແໜ້ນແຟ້ນ ແລະ ຍືນຍົງ.

ສະຫາຍ ຫງວຽນ ມິ່ງ ເຕີມ ໄດ້ສະແດງຄວາມຂອບໃຈມາຍັງຄະນະນຳ ສຊປລ ແລະ ຄະນະ ທີ່ໃຫ້ຄວາມສຳຄັນ ແລະ ຮ່ວມອວຍພອນເນື່ອງໃນວັນຊາດຫວຽດນາມ ຄົບຮອບ 81 ປີ. ພ້ອມທັງຕີລາຄາສູງຕໍ່ມູນເຊື້ອສາຍພົວພັນອັນສະໜິດແໜ້ນ ແລະ ຮ່ວມມືອັນດີງາມລະຫວ່າງ ລາວ-ຫວຽດນາມ ກໍຄື ລະຫວ່າງອົງການຈັດຕັ້ງຊາວໜຸ່ມຂອງສອງປະເທດ.

ການເຂົ້າອວຍພອນຄັ້ງນີ້ ເປັນອີກໜຶ່ງກິດຈະກຳທີ່ສະທ້ອນເຖິງມິດຕະພາບ ແລະ ສາຍສຳພັນອັນແໜ້ນແຟ້ນລະຫວ່າງ ສອງພັກ, ສອງລັດ, ສອງຊາດ ແລະ ສອງອົງການຈັດຕັ້ງຊາວໜຸ່ມ ລາວ-ຫວຽດນາມ ທີ່ຈະສືບຕໍ່ຮ່ວມມື ແລະ ສານຕໍ່ມູນເຊື້ອອັນດີງາມໃຫ້ຄົງຢູ່ຄູ່ກັບສອງຊາດຕະຫຼອດໄປ.

ທີ່ມາ: ກົມສື່ມວນຊົນໜຸ່ມລາວ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles