ໃນວັນທີ 26 ສິງຫາ 2026, ກະຊວງການເງິນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັນເພື່ອແກ້ໄຂຄວາມບໍ່ເປັນເອກະພາບໃນການເກັບຄ່າບໍລິການຂົນສົ່ງສິນຄ້າຜ່ານແດນໃນເຂດພັດທະນາທ່າບົກ-ທ່ານາແລ້ງລວມທັງການຈັດເກັບຄ່າຜ່ານຂົວຢູ່ດ່ານຂົວມິດຕະພາບລາວ-ໄທ.
ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ໂດຍມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຫົວໜ້າຫ້ອງການຄະນະກຳມະການຮ່ວມລາວ-ຈີນ, ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ, ພ້ອມດ້ວຍພາກສ່ວນທີ່ຽວຂ້ອງຈາກທັງສອງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວຖືເປັນວາລະສຳຄັນໃນການຈັດລະບຽບການຄຸ້ມຄອງການເກັບລາຍຮັບ ແລະ ຜັນຂະຫຍາຍວຽກງານວິຊາສະເພາະຂອງຂະແໜງການເງິນ ໃຫ້ມີຄວາມເປັນເອກະພາບ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ໃນທີ່ປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ສຸມໃສ່ປຶກສາຫາລື ແລະ ຊອກຫາວິທີທາງອອກກ່ຽວກັບ:
1) ຄວາມບໍ່ເປັນເອກະພາບໃນການຄຸ້ມຄອງຄ່າບໍລິການຂົນສົ່ງສິນຄ້າຜ່ານແດນ.
2) ລະບົບການເກັບເງິນຜ່ານຂົວຂ້າມນ້ຳຂອງລາວ-ໄທ.
3) ການເກັບຄ່າບໍລິການຂົນສົ່ງສິນຄ້າຜ່ານແດນໃນເຂດພັດທະນາທ່າບົກ-ທ່ານາແລ້ງ ແລະ ຮັບຟັງການລາຍງານຄວາມຄືບໜ້າຜົນການປະມູນເປີດກວ້າງໂຄງການຈັດຊື້-ຈັດຈ້າງບໍລິສັດ ເພື່ອພັດທະນາລະບົບ ແລະ ຕິດຕັ້ງອຸປະກອນຮັບໃຊ້ການຄຸ້ມຄອງ ແລະ ຈັດເກັບຄ່າຜ່ານທາງຫຼວງແຫ່ງຊາດເລກ 9.
ຕອນທ້າຍ, ປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນຳຢ່າງເລິກເຊິ່ງຕໍ່ແຕ່ລະໜ້າວຽກໂດຍເນັ້ນໜັກໃຫ້ທຸກພາກ ສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວມີຄວາມເປັນເອກະພາບ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.


