ລາວ – ຍີ່ປຸ່ນ ລົງນາມເອກະສານແລກປ່ຽນໂຄງການທຶນການສຶກສາ JDS ມູນຄ່າ 378ລ້ານເຢນ

22 ມິຖຸນາ 2026 – ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ໂຄງການສະໜອງທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ (The Project for Human Resource Development Scholarship ຫຼື JDS) ປະຈຳປີ 2026 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານຍີ່ປຸ່ນ ໃນມູນຄ່າ 378 ລ້ານເຢນ (ປະມານ 2.3 ລ້ານໂດລາສະຫະລັດ).

ໃຫ້ກຽດຮ່ວມລົງນາມໃນຄັ້ງນີ້ໂດຍ:

​ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ (ຕາງໜ້າລັດຖະບານ ສປປ ລາວ).​

​ທ່ານ ໂຄອິຊຸມິ ຊຶໂຕະມຸ (Mr. KOIZUMI Tsutomu), ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ (ຕາງໜ້າລັດຖະບານຍີ່ປຸ່ນ).​

ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຕໍ່ເນື່ອງ ເຊິ່ງໄດ້ປະກອບສ່ວນໂດຍກົງເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ. ພ້ອມທັງຢືນຢັນວ່າ ຈະນຳໃຊ້ທຶນການສຶກສາຄັ້ງນີ້ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອຜັນຂະຫຍາຍການເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ” ທີ່ໄດ້ຮັບການຍົກລະດັບຮ່ວມກັນໃນປີ 2025 ໃຫ້ເປັນຮູບປະທຳ ແລະ ເລິກເຊິ່ງຍິ່ງໆຂຶ້ນ.

ທາງດ້ານ ທ່ານເອກອັກຄະຣາຊະທູດ ໂຄອິຊຸມິ ຊຶໂຕະມຸ ກໍໄດ້ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດໃນຕໍ່ໜ້າ.

ທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ ຖືເປັນໂຄງການຍຸດທະສາດທີ່ປະສົບຜົນສຳເລັດຢ່າງຫຼວງຫຼາຍ ເຊິ່ງທີ່ຜ່ານມາໄດ້:

ຍົກລະດັບຂີດຄວາມສາມາດໃຫ້ແກ່ພະນັກງານ-ລັດຖະກອນໜຸ່ມຂອງລາວ ຫຼາຍກວ່າ 500 ຄົນ ໃນການສຶກສາລະດັບປະລິຍາໂທ ແລະ ປະລິຍາເອກ ຢູ່ມະຫາວິທະຍາໄລຊັ້ນນຳຂອງຍີ່ປຸ່ນ.

ເປັນຕົ້ນແມ່ນ ການບໍລິຫານລັດ, ເດດຖະກິດ, ການພົວພັນສາກົນ, ກະສິກຳ ແລະ ສິ່ງແວດລ້ອມ ເພື່ອນຳຄວາມຮູ້ກັບມາພັດທະນາປະເທດຊາດ.

ນອກຈາກທຶນການສຶກສາແລ້ວ, ຍີ່ປຸ່ນຍັງໄດ້ຊ່ວຍເຫຼືອໃນການກໍ່ສ້າງ-ສ້ອມແປງໂຮງຮຽນໃນເຂດຫ່າງໄກສອກຫຼີກ, ປັບປຸງສູນພັດທະນາຄູ ແລະ ສະໜອງອຸປະກອນການສຶກສາທີ່ຈຳເປັນ.

ນອກຈາກຂົງເຂດການສຶກສາແລ້ວ, ລັດຖະບານຍີ່ປຸ່ນ ຍັງໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ຮອບດ້ານ ເປັນຕົ້ນແມ່ນໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກຳ-ປ່າໄມ້, ການບັນເທົາທຸກຈາກໄພພິບັດທາງທຳມະຊາດ ແລະ ວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ຢ່າງທັນການ.

​ທີ່ມາ: ກະຊວງການຕ່າງປະເທດ

​Lao Youth​ ​Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles