ນັກຄົ້ນຄວ້າ ໄດ້ກຳນົດພືດຊະນິດໃໝ່ໃນພາກກາງຂອງປະເທດລາວ, ແຕ່ດ້ວຍຈຳນວນທີ່ພົບເຫັນໜ້ອຍກວ່າ 200 ຕົ້ນ, ມັນຈຶ່ງຖືກຈັດເຂົ້າໃນກຸ່ມທີ່ໃກ້ຈະສູນພັນຢ່າງຍິ່ງແລ້ວໃນປັດຈຸບັນ.
ພືດຊະນິດໃໝ່ນີ້ມີຊື່ວ່າ Aspidistra khamkheuthensis, ຖືກຄົ້ນພົບໂດຍທີມງານຈາກສວນພຶກສາສາດເຂດຮ້ອນສິບສອງປັນນາ (XTBG) ຂອງສະຖາບັນວິທະຍາສາດຈີນ ໃນລະຫວ່າງການລົງສຳຫຼວດພາກສະໜາມຢູ່ແຂວງບໍລິຄຳໄຊ. ຜົນການຄົ້ນພົບນີ້ໄດ້ຖືກຕີພິມຢ່າງເປັນທາງການໃນວາລະສານ Phytotaxa ເມື່ອວັນທີ 14 ພຶດສະພາ ທີ່ຜ່ານມາ.
ການຄົ້ນພົບ ພືດສະກຸນ Aspidistra ແມ່ນມີຖິ່ນກຳເນີດຢູ່ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ພາກໃຕ້ຂອງຈີນ, ເຊິ່ງມີປະມານ 245 ຊະນິດທີ່ຖືກຮັບຮູ້ຢ່າງເປັນທາງການ. ໃນຂະນະທີ່ຈຳນວນການຄົ້ນພົບຊະນິດໃໝ່ໆໃນສະກຸນນີ້ໄດ້ເພີ່ມຂຶ້ນຢ່າງໄວວາໃນຫວຽດນາມ ແລະ ຈີນ ໃນຊ່ວງ 30 ປີທີ່ຜ່ານມາ, ປະເທດລາວຫາກໍ່ເລີ່ມມີການຄົ້ນພົບເພີ່ມຂຶ້ນຫຼາຍໃນຊ່ວງທົດສະວັດນີ້, ໂດຍມີພຽງແຕ່ 12 ຊະນິດເທົ່ານັ້ນທີ່ຖືກບັນທຶກໄວ້ກ່ອນໜ້າການສຶກສາຄັ້ງນີ້.
ນັກຄົ້ນຄວ້າໄດ້ພົບເຫັນພືດທີ່ບໍ່ເຄີຍຮູ້ຈັກມາກ່ອນນີ້ ໃນຂະນະທີ່ກຳລັງສຳຫຼວດຢູ່ເມືອງຄຳເກີດ. ການວິເຄາະທາງດ້ານຮູບຮ່າງລັກສະນະຢ່າງລະອຽດໃນພາຍຫຼັງ ໄດ້ຢັ້ງຢືນວ່າມັນເປັນຊະນິດໃໝ່ສຳລັບວົງການວິທະຍາສາດ, ເຊິ່ງເຮັດໃຫ້ທີມງານຕັ້ງຊື່ມັນຕາມສະຖານທີ່ຄົ້ນພົບ ຄື: ເມືອງຄຳເກີດ.
ເຖິງແມ່ນວ່າມັນຈະມີລັກສະນະທາງຮູບກາຍຍະພາບຄ້າຍຄືກັນບາງຢ່າງກັບ Aspidistra attenuata, ແຕ່ພືດທີ່ຖືກຄົ້ນພົບໃໝ່ນີ້ມີຄວາມແຕກຕ່າງໃນຫຼາຍໆດ້ານ ແລະ ໂດດເດັ່ນດ້ວຍໂຄງສ້າງຂອງດອກທີ່ເປັນເອກະລັກ.
ປັດຈຸບັນ, Aspidistra khamkheuthensis ຖືກພົບເຫັນວ່າມີຢູ່ພຽງແຕ່ຈຸດດຽວເທົ່ານັ້ນ: ເຊິ່ງເປັນກຸ່ມປະຊາກອນດຽວທີ່ມີຕົ້ນທີ່ໃຫຍ່ເຕັມໄວໜ້ອຍກວ່າ 200 ຕົ້ນ.
ເນື່ອງຈາກມັນເກີດຢູ່ແຄມປ່າສະຫງວນແຫ່ງຊາດທີ່ຕິດກັບພື້ນທີ່ກະສິກຳ, ພືດຊະນິດນີ້ຈຶ່ງມີຄວາມອ່ອນໄຫວ ແລະ ສ່ຽງສູງຕໍ່ການຖືກລົບກວນຈາກກິດຈະກຳຂອງມະນຸດ. ດ້ວຍເຫດນີ້, ນັກຄົ້ນຄວ້າຈຶ່ງໄດ້ປະເມີນສະຖານະພາບການອະນຸລັກຂອງມັນໃຫ້ເປັນ ໃກ້ຈະສູນພັນຢ່າງຍິ່ງ (Critically Endangered – CR) ໂດຍອີງຕາມມາດຕະຖານບັນຊີແດງຂອງ IUCN.
ການຄົ້ນພົບເພີ່ມເຕີມ:
ການລົງສຳຫຼວດຄັ້ງນີ້ຍັງໄດ້ຮັບຜົນສຳເລັດຄັ້ງໃຫຍ່ອີກຢ່າງໜຶ່ງສຳລັບຊີວະນາໆພັນໃນທ້ອງຖິ່ນ. ນັກຄົ້ນຄວ້າຍັງໄດ້ລາຍງານການພົບເຫັນ Aspidistra multiflora ເຊິ່ງເປັນການບັນທຶກຄັ້ງທຳອິດສຳລັບພືດພັນໃນປະເທດລາວ.
ກ່ອນໜ້ານີ້ເຄີຍພົບເຫັນພຽງແຕ່ໃນແຂວງແທັງຮວາ (Thanh Hoa) ຂອງປະເທດຫວຽດນາມເທົ່ານັ້ນ, ແຕ່ພືດຊະນິດທີສອງນີ້ຖືກພົບເຫັນວ່າຈະເລີນເຕີບໂຕໃນປ່າດົງດິບໃບກວ້າງ ທີ່ລະດັບຄວາມສູງປະມານ 197 ແມັດ ພາຍໃນປ່າສະຫງວນແຫ່ງຊາດພູຫີນປູນ ແຂວງບໍລິຄຳໄຊ.
ທີ່ມາ: Chinese Academy of Sciences

