ຄຸ້ມເຂັ້ມ! ທ່າແຕງ ກຳນົດລາຄາຊີ້ນມາດຕະຖານ ປົກປ້ອງຜູ້ບໍລິໂພກ

ວັນທີ 13 ກໍລະກົດ 2026 ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງທ່າແຕງ ແຂວງເຊກອງ ໄດ້ຈັດກອງປະຊຸມຫາລືກ່ຽວກັບການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດພາຍໃນເມືອງ ໂດຍມີ ທ່ານ ບຸນຫຼາຍ ບຸບຜາພັນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເປັນປະທານ. ເຂົ້າຮ່ວມມີບັນດາປະທານຕາແສງ, ຫ້ອງການກ່ຽວຂ້ອງ ແລະ ຜູ້ປະກອບການຈາກຫົວໜ່ວຍທຸລະກິດທົ່ວເມືອງ.

ທ່ານ ບຸນຫຼາຍ ບຸບຜາພັນ ກ່າວວ່າ ການປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເລັ່ງຈັດຕັ້ງປະຕິບັດຕາມດຳລັດເລກທີ 474/ນຍ ລົງວັນທີ 8 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ພ້ອມທັງແຈ້ງການແນະນຳເລກທີ 0312/ອຄ.ຄພນ ລົງວັນທີ 13 ກຸມພາ 2012 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ທີ່ກຳນົດໃຫ້ຄຸ້ມຄອງລາຄາຊີ້ນງົວ, ຊີ້ນໝູ, ໄກ່ ແລະ ປາ ເພື່ອຮັກສາສະຖຽນລະພາບລາຄາ, ປົກປ້ອງຜົນປະໂຫຍດຂອງລັດ, ຜູ້ປະກອບການ ແລະ ຜູ້ບໍລິໂພກ.

ພາຍຫຼັງການປຶກສາຫາລື ທີ່ປະຊຸມໄດ້ເຫັນດີຮັບຮອງໂຄງປະກອບລາຄາສິນຄ້າປະເພດຊີ້ນໝູ ແລະ ຊີ້ນງົວ-ຄວາຍ ດັ່ງນີ້:

ຊີ້ນໝູ

* ຊີ້ນປະເພດ I: 90.000 ກີບ/ກິໂລ

* ຊີ້ນປະເພດ II: 85.000 ກີບ/ກິໂລ

* ເຄື່ອງໃນລວມ: 75.000 ກີບ/ກິໂລ

* ນ້ຳມັນສົດ ແລະ ໜັງ: 35.000 ກີບ/ກິໂລ

* ຫົວໝູ: 70.000 ກີບ/ກິໂລ

* ເລືອດ: 25.000 ກີບ/ກິໂລ

* ຂາ, ຕີນ ແລະ ໂຄ່ຍ: 65.000 ກີບ/ກິໂລ

ຊີ້ນງົວ-ຊີ້ນຄວາຍ

* ປະເພດ I: 140.000 ກີບ/ກິໂລ

* ປະເພດ II: 130.000 ກີບ/ກິໂລ

* ເຄື່ອງໃນ: 130.000 ກີບ/ກິໂລ

* ໜັງງົວ: 8.000 ກີບ/ກິໂລ

* ໜັງຄວາຍ: 16.000 ກີບ/ກິໂລ

ໂຄງປະກອບລາຄາດັ່ງກ່າວ ຈະຖືກນຳສະເໜີຕໍ່ຂັ້ນເທິງ ເພື່ອພິຈາລະນາຮັບຮອງ ແລະ ນຳໄປຈັດຕັ້ງປະຕິບັດໃນຕົວຈິງ.

ນອກຈາກນັ້ນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຍັງໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ຊຸກຍູ້ການຜະລິດ, ການປູກຝັງ ແລະ ການລ້ຽງສັດໃຫ້ຫຼາຍຂຶ້ນ ເພື່ອໃຫ້ມີສິນຄ້າສະໜອງຕະຫຼາດພາຍໃນຢ່າງພຽງພໍ. ພ້ອມທັງໃຫ້ຫົວໜ່ວຍທຸລະກິດ ແລະ ຜູ້ຜະລິດ ຈຳໜ່າຍສິນຄ້າໃຫ້ພຽງພໍຕໍ່ຄວາມຕ້ອງການໃນເມືອງກ່ອນການສົ່ງອອກໄປພື້ນທີ່ອື່ນ, ສົ່ງເສີມການແລກປ່ຽນຊື້-ຂາຍລະຫວ່າງຜູ້ຜະລິດ ແລະ ຮຽກຮ້ອງໃຫ້ປະຊາຊົນເລືອກນຳໃຊ້ຜະລິດຕະພັນພາຍໃນ ເພື່ອຫຼຸດຜ່ອນການນຳເຂົ້າ ແລະ ກະຕຸ້ນເສດຖະກິດພາຍໃນເມືອງທ່າແຕງໃຫ້ເຕີບໂຕຢ່າງຍືນຍົງ.

ທີ່ມາ: ຂ່າວເສດຖະກິດ ສັງຄົມ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles