ຂ່າວດີ ມາແລ້ວ ! ບໍ່ມີຄ່າໃຊ້ຈ່າຍໃດໆ ! ຂໍເຊີນ ບັນດາ ນ້ອງໆ ໄວໜຸ່ມ ຊາວໜຸ່ມ ຢູ່ໃນຂອບເຂດ ແຂວງຫຼວງພະບາງ ແລະ ໃກ້ຄຽງ ສະໝັກເຂົ້າເປັນ ຊາວໜຸ່ມສື່ສານ ວຽກງານສີຂຽວ (Youth Communicator) ແລະ ການຝຶກອົບຮົມ ທັກສະ ການຜະລິດຄອນເທັນ ແລະ ການເຜີຍແຜ່ ແພລັດຟອມ ການຮຽນຮູ້ດ້ວຍຕົນເອງ ຂອງໂຄງການ GAMCIL ໂດຍສິ່ງທີ່ນ້ອງໆ ຈະໄດ້ຮັບ ປະກອບມີ:
– ຮຽນຮູ້ ແລະ ຮ່ວມເຜີຍແຜ່ ຄູ່ມື ການຜະລິດຄອນເທັນ ປິ່ນອ້ອມ ວຽກງານສີຂຽວ ຂອງໂຄງການ
– ລົງມືນໍາໃຊ້ ບັນດາເຄື່ອງມື ດິຈິຕອນ ໃນການຜະລິດຄອນເທັນ
– ການປະຍຸກໃຊ້ ເຄື່ອງມື AI ເຂົ້າຊ່ວຍໃນການຜະລິດ ຄອນເທັນ
ເງື່ອນໄຂການສະໝັກ:
– ເປັນຊາວໜຸ່ມລາວ ອາຍຸ 18-35 ປີ
– ບໍ່ຈໍາເປັນມີປະສົບການ ການຜະລິດຄອນເທັນ ກໍ່ສະໝັກໄດ້
– ມັກຮັກໃນວຽກງານສື່ສານ ສ້າງການຕະໜັກຮູ້ ດ້ານການປົກປັກຮັກສາ ສິ່ງແວດລ້ອມ
– ສາມາດເດີນທາງມາຮ່ວມຝຶກອົບຮົມ ແບບເຊິ່ງໜ້າ ໄດ້ ຢູ່ ຫ້ອງປະຊຸມຄະນະພາສາສາດ, ຕຶກພາສາເກົາຫຼີ ຊັ້ນ 2, ມະຫາວິທະຍາໄລ ສຸພານຸວົງ, ແຂວງຫຼວງພະບາງ.
ໝາຍເຫດ: ເຂົ້າຮ່ວມຟຣີ ບໍ່ມີຄ່າໃຊ້ຈ່າຍໃດໆ. ຜູ້ເດີນທາງຈາກແຂວງໃກ້ຄຽງ ຕ້ອງຮັບຜິດຊອບ ຄ່າເດີນທາງ ທີ່ພັກ ດ້ວຍຕົນເອງ.
ຜູ້ເຂົ້າຮ່ວມ ທີ່ສາມາດ ຜະລິດຜົນງານອອກມາ ໄດ້ດີເດັ່ນ ທາງໂຄງການ ຈະມີລາງວັນພິເສດມອບໃຫ້.
ສົນໃຈເຂົ້າຮ່ວມ ທ່ານສາມາດສະໝັກ ຜ່ານລິ້ງຕໍ່ໄປນີ້
https://forms.gle/FiSWzeKXnvRC1kcu7
ລາຍລະອຽດ:
– ປິດຮັບສະໝັກວັນທີ 21 ກໍລະກົດ 2026
– ປະກາດລາຍຊື່ຜູ້ທີ່ຖຶກເລືອກເຂົ້າຮ່ວມຝຶກອົບຮົມ ວັນທີ 22 ກໍລະກົດ 2026.
– ງານຈັດຂື້ນໃນວັນສຸກ ວັນທີ 24 ກໍລະກົດ 2026 ເວລາ 08:30-16:30
– ສະຖານທີ່: ຫ້ອງປະຊຸມ ຄະນະພາສາສາດ ຕຶກພາສາເກົາຫຼີ ຊັ້ນ 2, ມະຫາວິທະຍາໄລ ສຸພານຸວົງ ແຂວງ ຫຼວງພະບາງ.
ສອບຖາມຂໍ້ມູນເພີ່ມຕື່ມ: ວອດແອັບ 02055400099
ໂຄງການ Green Action through Media, Mass Organization and Civil Society in Laos (GAMCIL) ແມ່ນໂຄງການທີ່ໄດ້ຮັບການສະໜັບສະໝູນຈາກ ສະຫະພາບ ເອີຣົບ ປະຈໍາ ສປປ ລາວ, ຈັດຕັ້ງປະຕິບັດໂດຍ ອົງການແຄຣ໌ ລາວ ແລະ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ.

