ເຄີຍສັງເກດບໍ່? ຕອນຕັ້ງເປັນເດັກນ້ອຍ ຜັກກາດຂົມ, ໝາກມະລະ, ຫຼື ກາເຟດຳ ແມ່ນສິ່ງທີ່ເຮົາຢາກຈະຍ່າງໜີໃຫ້ໄກທີ່ສຸດ ຂົມຈົນໜ້າບິດໜ້າບ້ຽວ! ແຕ່ພໍອາຍຸເລີ່ມກ້າວເຂົ້າສູ່ໄວຜູ້ໃຫຍ່ ຫຼື ໄວທອງ, ອາຫານຂົມໆເຫຼົ່ານີ້ພັດກາຍເປັນຂອງມັກທີ່ຂາດບໍ່ໄດ້ໃນແຕ່ລະຄາບເຂົ້າ ມັນເກີດຫຍັງຂຶ້ນກັບຮ່າງກາຍຂອງເຮົາກັນແທ້?
ມື້ນີ້ ເເອັດຈະພາໄປເຈາະເລິກເຫດຜົນທາງວິທະຍາສາດ ຈາກການວິໄຈຂອງແພດຊ່ຽວຊານລະດັບສາກົນ ເຊິ່ງສະຫຼຸບອອກມາເປັນ 3 ເຫດຜົນຫຼັກ ທີ່ເຮັດໃຫ້ເຮົາ “ກາຍເປັນຍອດນັກກິນຂອງຂົມ” ເມື່ອອາຍຸຫຼາຍຂຶ້ນ.
1. ຕຸ່ມຮັບລົດຊາດຢູ່ລີ້ນເລີ່ມ “ລາພັກຮ້ອນ”
ແພດຊ່ຽວຊານດ້ານ ຫູ, ດັງ, ຄໍ ຈາກ Mayo Clinic ສະຖາບັນການແພດຊື່ດັງຂອງສະຫະລັດອາເມຣິກາ ອະທິບາຍວ່າ: ໂດຍທົ່ວໄປແລ້ວ ມະນຸດເຮົາເກີດມາພ້ອມກັບຕຸ່ມຮັບລົດຊາດ ຢູ່ເທິງລີ້ນປະມານ 10,000 ຕຸ່ມ. ແຕ່ເມື່ອເຮົາອາຍຸເລີ່ມກາຍ 40-50 ປີຂຶ້ນໄປ, ຕຸ່ມຮັບລົດຊາດເຫຼົ່ານີ້ຈະເລີ່ມຫຼຸດຈຳນວນລົງ ແລະ ຈຸລັງທີ່ເຫຼືອກໍຈະເລີ່ມຫົດຕົວ ບວກກັບການຟື້ນຟູຂອງຈຸລັງກໍຊ້າລົງ
ຜົນທີ່ຕາມມາກໍຄື ຄວາມໄວໃນການຮັບລົດຊາດຫຼຸດລົງ ໂດຍສະເພາະລົດຊາດ “ຂົມ” ແລະ “ສົ້ມ” ທີ່ເຄີຍຮຸນແຮງໃນຕອນເດັກນ້ອຍ ຈະກາຍເປັນລົດຊາດທີ່ລະມຸນຂຶ້ນ, ກິນງ່າຍຂຶ້ນ ແລະ ບໍ່ຮູ້ສຶກຂົມບາດຄໍອີກຕໍ່ໄປ.
2. ລະບົບການດົມກິ່ນເລີ່ມເສື່ອມຖອຍ
ຫຼາຍຄົນອາດຈະຍັງບໍ່ຮູ້ວ່າ 80% ຂອງລົດຊາດອາຫານທີ່ເຮົາໄດ້ຮັບ ແທ້ຈິງແລ້ວແມ່ນມາຈາກ “ການດົມກິ່ນ”. ຂໍ້ມູນຈາກ National Institutes of Health (NIH) ລະບຸວ່າ ເມື່ອອາຍຸຫຼາຍຂຶ້ນ, ປາຍປະສາດຮັບກິ່ນໃນດັງຈະເລີ່ມເສື່ອມສະພາບລົງ ເຮັດໃຫ້ຄວາມສາມາດໃນການແຍກແຍະກິ່ນອາຫານຫຼຸດລົງ. ເມື່ອການດົມກິ່ນເຮັດວຽກໄດ້ໜ້ອຍລົງ ຄວາມຮູ້ສຶກຂົມທີ່ເຄີຍ “ຂຶ້ນສະໝອງ” ຈາກກິ່ນຂອງຜັກ ຫຼື ສະໝຸນໄພບາງຊະນິດ ກໍຈະຫຼຸດຄວາມຮຸນແຮງລົງນຳ.
3. ສະໝອງຮຽນຮູ້ວ່າ “ຂົມ = ປອດໄພ ແລະ ມີປະໂຫຍດ”
ໃນທາງວິວັດທະນາການ, ເດັກນ້ອຍຈະມີກົນໄກປ້ອງກັນຕົວເອງໂດຍທຳມະຊາດ. ສະໝອງຂອງເດັກຈະສັ່ງການໃຫ້ປະຕິເສດຂອງຂົມ ທັນທີ ເພາະໃນອະດີດ ສານພິດໃນທຳມະຊາດມັກຈະມີລົດຂົມ
ແຕ່ເມື່ອເຮົາເຕີບໃຫຍ່ຂຶ້ນ, ຜ່ານປະສົບການຊີວິດ ແລະ ການຮຽນຮູ້, ສະໝອງຂອງຜູ້ໃຫຍ່ຈະເຂົ້າໃຈແລ້ວ່າ ລົດຂົມໃນກາເຟ, ຊາ, ຫຼື ຜັກຕ່າງໆ ບໍ່ແມ່ນສານພິດ ແຕ່ມັນຄື ສານຕ້ານອະນຸມູນອິດສະຫຼະທີ່ມີປະໂຫຍດຕໍ່ຮ່າງກາຍສະໝອງຈຶ່ງປ່ຽນຈາກຄວາມ “ຢ້ານ” ມາເປັນຄວາມ “ມັກ” ໂດຍບໍ່ຮູ້ຕົວ.
ສະຫຼຸບສົ່ງທ້າຍ
ການທີ່ເຮົາກິນອາຫານຂົມໄດ້ເກັ່ງຂຶ້ນ ບໍ່ແມ່ນເລື່ອງແປກ ແລະ ບໍ່ແມ່ນເລື່ອງໜ້າກັງວົນ ແຕ່ມັນຄື ກົນໄກທຳມະຊາດຂອງຮ່າງກາຍທີ່ປ່ຽນແປງໄປຕາມການເວລາ ທີ່ສຳຄັນ ຜັກ ແລະ ອາຫານທີ່ມີລົດຊາດຂົມ ສ່ວນຫຼາຍແມ່ນອຸດົມໄປດ້ວຍວິຕາມິນ ແລະ ສານອາຫານສູງ ທີ່ມີສ່ວນຊ່ວຍໃນການຍ່ອຍອາຫານ ແລະ ບຳລຸງຮ່າງກາຍໃນໄວຜູ້ໃຫຍ່ໄດ້ເປັນຢ່າງດີ.
ສະນັ້ນ, ຄັ້ງຕໍ່ໄປຖ້າຮູ້ສຶກວ່າ “ໝາກມະລະຢັດໄສ້” ຫຼື “ກາເຟດຳ” ມັນແຊບຂຶ້ນມາ… ນັ້ນຄືສັນຍານບອກວ່າ ທ່ານໄດ້ກ້າວເຂົ້າສູ່ໄວຜູ້ໃຫຍ່ທີ່ມີຄຸນນະພາບ (ແລະ ເຕັມໂຕ) ແລ້ວຈ້າ.
ແຫຼ່ງຂໍ້ມູນອ້າງອີງ:
1. Mayo Clinic
2. National Institutes of Health (NIH)

