ຢູ່ທາງພາກເໜືອຂອງປະເທດລາວ ແຂວງຫຼວງນໍ້າທາ, ນັກຄົ້ນຄວ້າ ໄດ້ຄົ້ນພົບແມງປີກແຂງຊະນິດໃໝ່ ແລະ ໄດ້ຕັ້ງຊື່ຢ່າງເປັນທາງການວ່າ Luffy nika.
ແມງໄມ້ຊະນິດນີ້ມີລັກສະນະເດັ່ນຄືມີຂົນສີຂາວປົກຄຸມຕາມລຳຕົວ ແລະ ປີກ. ຮູບລັກສະນະທີ່ເປັນເອກະລັກນີ້ ໄດ້ເປັນແຮງບັນດານໃຈໃຫ້ນັກຄົ້ນຄວ້າຕັ້ງຊື່ມັນຕາມຮູບແບບການປ່ຽນຮ່າງ “ນິກະ” (Nika ຫຼື Gear 5) ຂອງຕົວລະຄອນຊື່ດັງໃນອານິເມະເລື່ອງ One Piece ຄື Monkey D. Luffy ທີ່ມີຜົມ ແລະ ເຄື່ອງນຸ່ງສີຂາວໃນຮ່າງດັ່ງກ່າວ.
ການຄົ້ນພົບຢູ່ລາວໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງການຈັດປະເພດສະກຸນແມງປີກແຂງໃໝ່ ທີ່ໃສ່ຊື່ວ່າ Luffy ໂດຍນັກຄົ້ນຄວ້າຊາວດານມາກ. ສະກຸນນີ້ຖືກສ້າງຕັ້ງຂຶ້ນມາເນື່ອງຈາກແມງໄມ້ດັ່ງກ່າວ ມີອະໄວຍະວະທີ່ຍາວອອກຜິດປົກກະຕິ ເຊິ່ງຄ້າຍຄືກັບຄວາມສາມາດ ໃນການຢືດຕົວ ຂອງຕົວລະຄອນຮີໂຣ ໃນກາຕູນນັ້ນເອງ.
ທີ່ມາ: Scandasia


