ນັກຄົ້ນຄວ້າລາວ ຄົ້ນພົບປາພັ່ນຊະນິດໃໝ່ 5 ຊະນິດ ຈາລຶກຊື່ຄົນລາວໄວ້ໃນວົງການວິທະຍາສາດໂລກ

ນັບແຕ່ປີ 1999 ຈົນເຖິງປັດຈຸບັນ ສູນຄົ້ນຄວ້າການປະມົງ ໄດ້ຮ່ວມມືກັບຄະນະກຳມະການແມ່ນ້ຳຂອງສາກົນ ແລະ ຜູ້ຊ່ຽວຊານຈາກຕ່າງປະເທດ ດຳເນີນການສຶກສາ ແລະ ສຳຫຼວດຄວາມຫຼາກຫຼາຍຂອງຊະນິດພັນປາໃນອ່າງແມ່ນ້ຳຂອງ ແລະ ບັນດາສາຂາຂອງແມ່ນ້ຳຂອງ. ຜົນການຄົ້ນຄວ້າພົບວ່າ ມີປາປະມານ 1.000-1.200 ຊະນິດ.

ໃນຈຳນວນນີ້ ສະກຸນປາພັ່ນ (Schistura) ແມ່ນກຸ່ມປາທີ່ຖືກຄົ້ນພົບຊະນິດໃໝ່ຫຼາຍຊະນິດຂອງໂລກ ໂດຍມີ 4 ຊະນິດ ທີ່ຖືກຕັ້ງຊື່ເພື່ອເປັນກຽດແກ່ບຸກຄົນລາວ ແລະ ອີກ 1 ຊະນິດ ຖືກຕັ້ງຊື່ຕາມພື້ນທີ່ທີ່ຄົ້ນພົບ ລາຍລະອຽດມີດັ່ງນີ້:

1. Schistura kongphengi – ຕັ້ງຊື່ເພື່ອເປັນກຽດແກ່ ທ່ານ ກອງແພງ ບົວຄຳວົງສາ ນັກຄົ້ນຄວ້າລາວ. ຄົ້ນພົບຢູ່ນ້ຳເທີນ ແລະ ນ້ຳເຊບັ້ງໄຊ ແຂວງຄຳມ່ວນ (Kottelat, 1998).

2. Schistura khamtanhi – ຕັ້ງຊື່ເປັນກຽດແກ່ ທ່ານ ຄຳຕັນ ວັດທະນາທຳ ນັກຄົ້ນຄວ້າລາວ (Kottelat, 2000).

3. Schistura kaysonei – ຕັ້ງຊື່ເພື່ອເປັນກຽດແກ່ ທ່ານ ໄກສອນ ພົມວິຫານ ຜູ້ນຳແຫ່ງການປະຕິວັດລາວ (Vidthayanon & Jaruthanin, 2002).

4. Schistura thavonei – ຕັ້ງຊື່ເປັນກຽດແກ່ ທ່ານ ຖາວອນ ພົມມະວົງ ນັກຄົ້ນຄວ້າລາວ ຈາກສູນຄົ້ນຄວ້າການປະມົງ. ປາຊະນິດນີ້ມີຄວາມຍາວ 44,0 ມມ (SL) ແລະ ຄົ້ນພົບຢູ່ນ້ຳມາ ແຂວງຫຼວງນ້ຳທາ (Kottelat, 2017).

5. Schistura bolavenensis – ຄຳວ່າ Schistura ເປັນຊື່ສະກຸນຂອງປາພັ່ນ ສ່ວນ bolavenensis ຕັ້ງຕາມຊື່ພູພຽງບໍລະເວນ ອັນເປັນພື້ນທີ່ທີ່ຄົ້ນພົບປາຊະນິດນີ້ (Kottelat, 2000).

ການຄົ້ນພົບປາພັ່ນຊະນິດໃໝ່ດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄວາມອຸດົມສົມບູນຂອງຊີວະນານາພັນໃນ ສປປ ລາວ ພ້ອມທັງສະແດງໃຫ້ເຫັນບົດບາດສຳຄັນຂອງນັກຄົ້ນຄວ້າລາວ ໃນການສຶກສາ, ຄົ້ນຄວ້າ ແລະ ອະນຸລັກຊັບພະຍາກອນສັດນ້ຳຂອງປະເທດ ໃຫ້ເປັນທີ່ຍອມຮັບໃນລະດັບສາກົນ.

ແຫຼ່ງຂໍ້ມູນ: ຂ່າວສານສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles