ສຳນັກງານໃຫຍ່ ສປຊ, ນິວຢອກ: ໃນລະຫວ່າງວັນທີ 07-16 ກໍລະກົດ 2026 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ
ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງ (High-Level Political Forum on Sustainable Development ຫຼື HLPF) ປະຈຳປີ 2026.
ກອງປະຊຸມປີນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ການຈັດຕັ້ງປະຕິບັດທີ່ມີການຫັນປ່ຽນ, ມີຄວາມເທົ່າທຽມ, ມີນະວັດຕະກໍາ ແລະ ການປະສານງານທີ່ດີ ເພື່ອບັນລຸວາລະ 2030 ວ່າດ້ວຍການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ສູ່ອະນາຄົດທີ່ຍືນຍົງສຳລັບທຸກຄົນ”.
ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າ, ໂດຍໃນປີນີ້ມີ 36 ປະເທດ ໄດ້ສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ (VNR). ອີງຕາມຂໍ້ມູນຈາກ ອົງການ ສປຊ ພົບວ່າ:
ທົ່ວໂລກສາມາດຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໄດ້ພຽງ 36% ເທົ່ານັ້ນ ເຊິ່ງເຫຼືອເວລາອີກພຽງ 4 ປີ ຈະຮອດກຳນົດປີ 2030.
ສິ່ງທ້າທາຍ: ບັນຫາໃຫຍ່ທີ່ສຸດແມ່ນຂາດແຄນງົບປະມານ ແລະ ທຶນຮອນໃນການຈັດຕັ້ງປະຕິບັດ.
ກຸ່ມສ່ຽງ: ປະເທດດ້ອຍພັດທະນາ (LDCs), ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ແລະ ປະເທດເກາະດອນນ້ອຍ ແມ່ນກຸ່ມທີ່ໄດ້ຮັບຜົນກະທົບ ແລະ ພົບສິ່ງທ້າທາຍຫຼາຍທີ່ສຸດ.
5 ເປົ້າໝາຍຫຼັກ ໃນການພັດທະນາແບບຍືນຍົງ (SDGs) ທີ່ຖືກຍົກຂຶ້ນມາລົງເລິກໃນປີນີ້:
ເປົ້າໝາຍການພັດທະນາແບບຍືນຍົງ 6: ມີນໍ້າສະອາດ ແລະ ສຸຂານາໄມ.
ເປົ້າໝາຍການພັດທະນາແບບຍືນຍົງ 7: ພະລັງງານສະອາດ ທີ່ທຸກຄົນເຂົ້າເຖິງໄດ້.
ເປົ້າໝາຍການພັດທະນາແບບຍືນຍົງ 9: ສົ່ງເສີມການຫັນເປັນອຸດສາຫະກຳ, ນະວັດຕະກຳ ແລະ ໂຄງລ່າງພື້ນຖານທີ່ເຂັ້ມແຂງ.
ເປົ້າໝາຍການພັດທະນາແບບຍືນຍົງ 11: ສ້າງຕົວເມືອງ ແລະ ຊຸມຊົນທີ່ຍືນຍົງ.
ເປົ້າໝາຍການພັດທະນາແບບຍືນຍົງ 17: ການເປັນຄູ່ຮ່ວມມື ເພື່ອເປົ້າໝາຍການພັດທະນາແບບຍືນຍົງ.
ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ກ່າວຄຳເຫັນຕາງໜ້າໃຫ້ບັນດາປະເທດສະມາຊິກ ອາຊຽນ ໂດຍໄດ້ເນັ້ນໜັກເຖິງຜົນກະທົບຈາກວິກິດການໂລກ ເປັນຕົ້ນແມ່ນ: ສົງຄາມ, ຂໍ້ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ໄພພິບັດທຳມະຊາດ ທີ່ຂັດຂວາງການບັນລຸວາລະ 2030. ພ້ອມທັງໄດ້ຮຽກຮ້ອງໃຫ້ ສປຊ ເພີ່ມທະວີການຮ່ວມມື ແລະ ຊ່ວຍເຫຼືອກຸ່ມປະເທດທີ່ອ່ອນໄຫວຢ່າງຮອບດ້ານ.
ສປປ ລາວ ກຽມສະເໜີ ບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ສະບັບທີ 4 ໃນປີ 2027 ເຊິ່ງຈະເປັນຄັ້ງທຳອິດທີ່ມີການເຊື່ອມສານບົດລາຍງານລະດັບທ້ອງຖິ່ນເຂົ້າຮ່ວມນຳ.
ມຸ່ງໝັ້ນພັດທະນາເສດຖະກິດຕາມທິດທາງສີຂຽວ ແລະ ຍືນຍົງ, ສ້າງພື້ນຖານເສດຖະກິດໃຫ້ເຂັ້ມແຂງ ແລະ ພຶ່ງພາຕົນເອງໄດ້.
ໃນໂອກາດນີ້, ຫົວໜ້າຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າພົບປະຫາລືກັບການນຳຂັ້ນສູງຂອງ ສປຊ 2 ທ່ານ ຄື:
ທ່ານ ນາງ ຣາບັບ ຟາຕີມາ (ຮອງເລຂາທິການໃຫຍ່ ສປຊ, ຜູ້ຕາງໜ້າຂັ້ນສູງສຳລັບ LDCs, LLDCs ແລະ ປະເທດເກາະດອນນ້ອຍ).
ທ່ານ ອອສກາ ເຟີນັນເດສ (ຜູ້ຊ່ວຍເລຂາທິການໃຫຍ່ ສປຊ ຮັບຜິດຊອບວຽກງານປະສານງານດ້ານການພັດທະນາ).
ເພື່ອຮັດແໜ້ນທິດທາງການຮ່ວມມືລະຫວ່າງ ລັດຖະບານລາວ ແລະ ອົງການ ສປຊ ໃນຕໍ່ໜ້າ, ໂດຍສະເພາະແມ່ນການສ້າງກົນໄກສະໜັບສະໜູນ ເພື່ອຊ່ວຍໃຫ້ ສປປ ລາວ ສາມາດ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໄດ້ຢ່າງໂລ່ງລ່ຽນ ແລະ ຍືນຍົງ.
ທີ່ມາ: ກະຊວງການຕ່າງປະເທດ
Lao Youth Radio FM90MHz

