ລາວ-ໄທ ຮ່ວມສັງເກດການລາດຕະເວນທາງນ້ຳ ຄັ້ງທີ 5 ເສີມສ້າງຄວາມຮ່ວມມືປາບປາມຢາເສບຕິດຕາມຊາຍແດນ

ວັນທີ 14 ກໍລະກົດ 2026 ທີ່ສຳນັກງານດ່ານສູນກວດກາຈຸດລະກອນ ລາຊະອານາຈັກໄທ ໄດ້ຈັດພິທີສັງເກດການລາດຕະເວນຮ່ວມທາງນ້ຳ ຄັ້ງທີ 5 ຂອງໜ່ວຍປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ລະຫວ່າງ ກອງບັນຊາການທະຫານແຂວງບໍ່ແກ້ວ ສປປ ລາວ ແລະ ກອງກຳລັງຜາເມືອງ ແຂວງຊຽງຣາຍ ລາຊະອານາຈັກໄທ.

ພິທີດັ່ງກ່າວມີ ທ່ານ ພັນເອກ ແສງເພັດ ແສງມະນີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ຫົວໜ້າຄະນະປະຕິບັດງານຝ່າຍລາວ ພ້ອມດ້ວຍ ທ່ານ ພົນຕີ ສາທິດ ໄວຍະນົນ ຫົວໜ້າຜູ້ບັນຊາການກອງກຳລັງຜາເມືອງ ກອງທັບລາຊະອານາຈັກໄທ ແລະ ຫົວໜ້າຄະນະປະຕິບັດງານຝ່າຍໄທ ນຳພາຄະນະ ແລະ ໜ່ວຍປະສານງານຂອງທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ ທັງສອງຝ່າຍໄດ້ແລກປ່ຽນລາຍງານ ແລະ ບົດຮຽນຈາກການລາດຕະເວນຮ່ວມຕາມລຳແມ່ນ້ຳຂອງ ພ້ອມທັງຫາລືເພື່ອເອກະພາບຂັ້ນຕອນການປະສານງານ ແລະ ວິທີການລາດຕະເວນໃນແຕ່ລະຂັ້ນ ເພື່ອໃຫ້ການປະຕິບັດງານມີປະສິດທິຜົນ ແລະ ຮັບປະກັນຄວາມປອດໄພ.

ການລາດຕະເວນຮ່ວມໃນຄັ້ງນີ້ ບໍ່ພຽງແຕ່ເປັນການຍົກລະດັບການປະສານງານລະຫວ່າງສອງປະເທດເທົ່ານັ້ນ ແຕ່ຍັງສະທ້ອນໃຫ້ເຫັນເຖິງຄວາມຮ່ວມມືອັນແໜ້ນແຟ້ນຂອງ ລາວ-ໄທ ໃນການຕ້ານ ແລະ ສະກັດກັ້ນຂະບວນການຄ້າຢາເສບຕິດຕາມຊາຍແດນ ສ້າງຄວາມຢຳເກງຕໍ່ກຸ່ມຜູ້ກະທຳຜິດ ແລະ ສົ່ງເສີມການບັງຄັບໃຊ້ກົດໝາຍຂອງທັງສອງປະເທດ.

ນອກຈາກນັ້ນ ທັງສອງຝ່າຍຍັງເນັ້ນຢ້ຳການສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ປະສົບການ ແລະ ການປະສານງານຢ່າງໃກ້ຊິດ ເພື່ອໃຫ້ບັນຫາອາຊະຍາກຳ ແລະ ຢາເສບຕິດຕາມເຂດຊາຍແດນຫຼຸດລົງເປັນລຳດັບ ພ້ອມທັງສ້າງແບບຢ່າງທີ່ດີໃຫ້ແກ່ໜ່ວຍງານອື່ນໆ ໃນການນຳໄປປະຕິບັດຕໍ່ໄປ.

ທີ່ມາ: ປະເທດລາວ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles