ອີງຕາມການລາຍງານຫຼ້າສຸດຈາກ Gallup ພາຍໃຕ້ຫົວຂໍ້ “State of the Global Workplace Report” ປະຈຳປີ 2026 ໄດ້ເປີດເຜີຍສະຖິຕິທີ່ໜ້າສົນໃຈກ່ຽວກັບລະດັບຄວາມຄຽດປະຈຳວັນຂອງກຸ່ມແຮງງານໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເຊິ່ງພົບວ່າ ສປປ ລາວ ຕິດຢູ່ໃນອັນດັບ 5 ຂອງພາກພື້ນ ໂດຍມີແຮງງານເຖິງ 26% ທີ່ຕ້ອງປະເຊີນກັບຄວາມເຄັ່ງຄຽດຈາກການເຮັດວຽກໃນແຕ່ລະວັນ.
ຕົວເລກດັ່ງກ່າວສະທ້ອນໃຫ້ເຫັນເຖິງສະພາວະແວດລ້ອມ ແລະ ຄວາມກົດດັນໃນການເຮັດວຽກຂອງກຸ່ມຜູ້ໃຊ້ແຮງງານໃນລາວ ທີ່ກຳລັງກາຍເປັນສິ່ງທ້າທາຍສຳຄັນຕໍ່ກັບຄຸນນະພາບຊີວິດ ແລະ ສຸຂະພາບຈິດໃນບ່ອນເຮັດວຽກ.
ຫາກເບິ່ງພາບລວມໃນທົ່ວພາກພື້ນອາຊຽນ, ປະເທດທີ່ມີອັດຕາຄວາມຄຽດໃນບ່ອນເຮັດວຽກສູງທີ່ສຸດ 5 ອັນດັບທຳອິດ ໄດ້ແກ່:
ຟິລິບປິນ: ຄອງອັນດັບ 1 ໂດຍມີແຮງງານສູງເຖິງ 50% ທີ່ລາຍງານວ່າພົບຄວາມຄຽດທຸກມື້.
ສິງກະໂປ: ຕາມມາເປັນອັນດັບ 2 ຢູ່ທີ່ 43%.
ກຳປູເຈຍ: ຢູ່ໃນອັນດັບ 3 ຢູ່ທີ່ 34%.
ມຽນມາ: ຢູ່ໃນອັນດັບ 4 ຢູ່ທີ່ 30%.
ສປປ ລາວ: ຄົບບັນຊີ Top 5 ຂອງພາກພື້ນ ຢູ່ທີ່ 26%.
ໃນຂະນະດຽວກັນ, ເມື່ອປຽບທຽບກັບກຸ່ມປະເທດອື່ນໆ ໃນອາຊຽນ ພົບວ່າ:
ໄທ: ຢູ່ໃນອັນດັບ 6 ໂດຍມີແຮງງານປະເຊີນຄວາມຄຽດ 25%.
ມາເລເຊຍ: ຢູ່ໃນອັນດັບ 7 ຢູ່ທີ່ 20%.
ອິນໂດເນເຊຍ: ຢູ່ໃນອັນດັບ 8 ຢູ່ທີ່ 14%.
ຫວຽດນາມ: ເປັນປະເທດທີ່ມີອັດຕາຄວາມຄຽດໃນບ່ອນເຮັດວຽກຕ່ຳທີ່ສຸດໃນກຸ່ມນີ້ ຢູ່ທີ່ 13%.
ຂໍ້ມູນເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມແຕກຕ່າງຢ່າງຊັດເຈນດ້ານຄວາມເປັນຢູ່ ແລະ ສະພາວະທາງອາລົມຂອງແຮງງານໃນແຕ່ລະປະເທດ ເຊິ່ງກາຍເປັນໂຈດຂໍ້ໃຫຍ່ສຳຄັນໃຫ້ກັບບັນດາອົງກອນ ແລະ ຜູ້ປະກອບການ ທີ່ຕ້ອງຫັນມາໃສ່ໃຈໃນການສ້າງສະພາບແວດລ້ອມການເຮັດວຽກທີ່ດີ ເພື່ອຫຼຸດຜ່ອນຄວາມຕຶງຄຽດ ແລະ ສົ່ງເສີມສຸຂະພາບຈິດຂອງພະນັກງານໃຫ້ມີປະສິດທິພາບຫຼາຍຂຶ້ນ.
ທີ່ມາ: Seasia Stats
Lao Youth Radio FM90MHz


