ໄປວັງວຽງຕ້ອງແວ່! “ຂົວສີສົ້ມ ຖ້ຳຈັງ” ແລນມາກສຸດຄລາສສິກ ກັບມາງົດງາມ ແລະ ພ້ອມຕ້ອນຮັບທຸກຄົນມາເຊັກອິນ​ ແລະ​ ​ຖ່າຍຮູບແລ້ວ

ຖ້າເວົ້າເຖິງເມືອງທ່ອງທ່ຽວຍອດຮິດຢ່າງ “ວັງວຽງ” ແຂວງວຽງຈັນ ແນ່ນອນວ່າໜຶ່ງໃນສະຖານທີ່ທ່ອງທ່ຽວລະດັບຕຳນານທີ່ທຸກຄົນຕ້ອງໄປຢ້ຽມຢາມ ແລະ ຖ່າຍຮູບເຊັກອິນກໍຄື “ຂົວສີສົ້ມ ຖ້ຳຈັງ” ນັ້ນເອງ

ຫຼາຍຄົນອາດຈະຍັງຈື່ໄດ້, ຈາກເຫດການອຸທົກກະໄພ ພາຍຸຝົນຕົກໜັກໃນຊ່ວງ ເດືອນສິງຫາ ປີ 2022 ທີ່ຜ່ານມາ ເຊິ່ງໄດ້ເກີດນ້ຳຖ້ວມ ແລະ ລະດັບນ້ຳຊອງໄດ້ເພີ່ມຂຶ້ນສູງ​ ຢ່າງຮຸນແຮງ ຈົນສົ່ງຜົນກະທົບເຮັດໃຫ້ຂົວສີສົ້ມແຫ່ງນີ້ໄດ້ຮັບຄວາມເສຍຫາຍ ແລະ ເປ່ເພໄປໃນເວລານັ້ນ

ແຕ່ມາຮອດປັດຈຸບັນ, ຂົວສີສົ້ມ ຖ້ຳຈັງວັງວຽງ ໄດ້ຮັບການບູລະນະສ້ອມແປງຄືນໃໝ່ຢ່າງຈົບງາມ, ກັບມາແຂງແຮງ, ມີສີສັນສົດໃສສະດຸດຕາຄືເກົ່າ ເພື່ອລໍຖ້າຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ມາທ່ຽວຊົມຄວາມງາມຂອງທຳມະຊາດ, ສູດອາກາດບໍລິສຸດ ແລະ ຍ່າງຜ່ານຂົວໄປທ່ຽວຊົມຖ້ຳຈັງໄດ້ຢ່າງປອດໄພ ບອກເລີຍວ່າໂຄງສ້າງ ແລະ ບັນຍາກາດອ້ອມຮອບຍັງຄົງຄວາມຄລາສສິກ ຖ່າຍຮູບມຸມໃດກໍປັງ ໄດ້ຍອດໄລ້ແບບລົວກັນເລີຍທີດຽວ!

ສຳລັບໃຜທີ່ມີແພລນຈະໄປພັກຜ່ອນ ຫຼື ໄປທ່ຽວວັງວຽງໃນຊ່ວງນີ້ ຢ່າລືມແວ່ໄປຖ່າຍຮູບງາມໆ ເຊັກອິນກັບຂົວສີສົ້ມ ແລະ ຂຶ້ນໄປຊົມວິວທິວທັດທີ່ຖ້ຳຈັງເດີ້ ຮັບຮອງວ່າໄດ້ຮູບພາບ ແລະ ຄວາມປະທັບໃຈກັບໄປເຕັມກະເປົາແນ່ນອນ!

​ຂອບໃຈພາບຈາກ: ຊ່າງພາບ ງານແຕ່ງ

Lao Youth​ Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles