ທ່ານ ໂຄສະຈານ ແສນທະວີໄຊ ຮອງຫົວໜ້າພະແນກ ຍທຂ ແຂວງບໍລິຄໍາໄຊ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ກວດກາຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ທີ່ເຊື່ອມຕໍ່ລະຫວ່າງ ແຂວງບໍລິຄໍາໄຊ ແລະ ແຂວງໄຊສົມບູນ ໂດຍມີ ທ່ານ ປະກາຍສິດ ຊຸມພົນພັກດີ ປະທານບໍລິສັດ ວຽງຈັນພັດທະນາກໍ່ສ້າງ-ຂົນສົ່ງ ຈຳກັດຜູ້ດຽວ ໃຫ້ການຕ້ອນຮັບ ແລະ ລາຍງານຄວາມຄືບໜ້າຂອງໂຄງການ.
ຕາມການລາຍງານ, ໂຄງການເລີ່ມດຳເນີນບຸກເບີກພື້ນທີ່ຕັ້ງແຕ່ຕົ້ນປີ 2026 ໂດຍເສັ້ນທາງເລີ່ມຈາກສາມແຍກທາງເລກ 13 ໃຕ້ ບ້ານປ່າໄລ່ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄປຫາສາມແຍກທາງເລກ 5A ບ້ານນໍ້າຍອນ ເມືອງອານຸວົງ ແຂວງໄຊສົມບູນ.
ເສັ້ນທາງມີຄວາມກວ້າງ 9 ແມັດ, ໜາ 25 ຊັງຕີແມັດ ແລະ ມີຄວາມຍາວລວມ 115 ກິໂລແມັດ, ໃນນັ້ນຜ່ານແຂວງບໍລິຄໍາໄຊ 28 ກິໂລແມັດ ແລະ ແຂວງໄຊສົມບູນ 87 ກິໂລແມັດ.
ຄາດວ່າຈະກໍ່ສ້າງສຳເລັດ 100% ໃນທ້າຍປີ 2030.
ໃນໂອກາດນີ້, ຄະນະຕິດຕາມໄດ້ເນັ້ນໃຫ້ບໍລິສັດປະຕິບັດວຽກງານໃຫ້ເປັນໄປຕາມມາດຕະຖານເຕັກນິກ ແລະ ແຜນການທີ່ວາງໄວ້ ເພື່ອຮັບປະກັນຄຸນນະພາບ ແລະ ໃຫ້ໂຄງການສຳເລັດຕາມກຳນົດ.
ນອກຈາກນັ້ນ, ທ່ານ ປະກາຍສິດ ຊຸມພົນພັກດີ ຍັງໄດ້ມອບລົດກະບະໃຫ້ແຂວງບໍລິຄໍາໄຊ ແລະ ແຂວງໄຊສົມບູນ ແຂວງລະ 1 ຄັນ ເພື່ອນຳໃຊ້ໃນການຕິດຕາມ ແລະ ຊຸກຍູ້ການດຳເນີນໂຄງການໃນໄລຍະຕໍ່ໄປ.
ທີ່ມາ: ໜັງສືພິມບໍລິຄຳໄຊ


