ນວ ເດີນໜ້າປັບປຸງແຜນຜັງເມືອງ 3 ເມືອງ ແນໃສ່ແກ້ບັນຫານໍ້າຖ້ວມ ແລະ ພັດທະນາເມືອງຢ່າງຍືນຍົງ

ວັນທີ 16 ກໍລະກົດ 2026 ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາ ເພື່ອສະເໜີພິຈາລະນາຮັບຮອງໂຄງການສຳຫຼວດ-ອອກແບບວາງແຜນເທດສະບານ ຂອງ 3 ເມືອງ ປະກອບມີ ເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ. ກອງປະຊຸມມີ ທ່ານ ທະນົງໄຊ ຄຸດໄພທູນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ເປັນປະທານ ພ້ອມດ້ວຍຜູ້ແທນຈາກພະແນກການ, ເມືອງ ແລະ ສະມາຊິກສະພາປະຊາຊົນ ເຂົ້າຮ່ວມ.

ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກ ຍທຂ ນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ ແຜນຜັງລວມຂອງທັງ 3 ເມືອງ ໄດ້ນຳໃຊ້ມາເປັນເວລາຫຼາຍສິບປີ ແລະ ບໍ່ທັນສອດຄ່ອງກັບການຂະຫຍາຍຕົວຂອງເມືອງໃນປັດຈຸບັນ. ສົ່ງຜົນໃຫ້ການປຸກສ້າງບາງພື້ນທີ່ບໍ່ເປັນໄປຕາມແຜນຜັງ, ມີການຂຸດດິນ, ຖົມດິນ, ຖົມຮ່ອງລະບາຍນໍ້າ ແລະ ໜອງທຳມະຊາດ ຈົນເປັນສາເຫດຂອງບັນຫານໍ້າຖ້ວມຂັງ, ກະທົບຕໍ່ສິ່ງແວດລ້ອມ ແລະ ຄວາມເປັນລະບຽບຂອງຕົວເມືອງ.

ໂຄງການປັບປຸງແຜນຜັງຄັ້ງນີ້ ມີເປົ້າໝາຍເພື່ອຮອງຮັບການເພີ່ມຂຶ້ນຂອງປະຊາກອນ, ການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ, ພັດທະນາໂຄງລ່າງພື້ນຖານ, ຄຸ້ມຄອງການນຳໃຊ້ທີ່ດິນໃຫ້ເປັນລະບົບ, ອະນຸລັກສິ່ງແວດລ້ອມ, ສະຫງວນພື້ນທີ່ສາທາລະນະ ພ້ອມທັງຮັກສາແຫຼ່ງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ເພື່ອໃຫ້ການພັດທະນາເມືອງເປັນໄປຢ່າງຍືນຍົງ.

ຂອບເຂດໂຄງການປະກອບມີ:

ເມືອງນາຊາຍທອງ ເນື້ອທີ່ 10.306 ເຮັກຕາ, 16 ບ້ານ, ປະຊາກອນ 41.617 ຄົນ, 8.945 ຄອບຄົວ.

ເມືອງຫາດຊາຍຟອງ ເນື້ອທີ່ 7.361 ເຮັກຕາ, 14 ບ້ານ, ປະຊາກອນ 22.119 ຄົນ, 4.736 ຄອບຄົວ.

ເມືອງປາກງື່ມ ເນື້ອທີ່ 5.400 ເຮັກຕາ, 5 ບ້ານ, ປະຊາກອນ 5.912 ຄົນ, 1.129 ຄອບຄົວ.

ການປັບປຸງແຜນຜັງເທດສະບານຂອງທັງ 3 ເມືອງ ຖືເປັນບາດກ້າວສຳຄັນໃນການວາງຮາກຖານການພັດທະນານະຄອນຫຼວງວຽງຈັນ ໃຫ້ເປັນເມືອງທີ່ທັນສະໄໝ, ມີລະບຽບ, ປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ.

ທີ່ມາ: ວຽງຈັນໃຫມ່

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles