ສະຫະພັນບານເຕະນານາຊາດ ຫຼື ຟີຟ່າ (FIFA) ສ້າງຄວາມຮືຮາໃຫ້ກັບວົງການບານໂລກ ດ້ວຍການປະກາດສັ່ງເຮັດ “ແຫວນແຊ້ມໂລກ” ສຸດພິເສດ ເພື່ອມອບໃຫ້ກັບທີມທີ່ສາມາດຄວ້າແຊ້ມ “ບານໂລກ 2026” ໄປຄອງ ຖືເປັນຄັ້ງທຳອິດໃນປະຫວັດສາດ ຈາກເດີມທີ່ທີມແຊ້ມຈະໄດ້ຮັບພຽງແຕ່ຂັນລາງວັນ ແລະ ຫຼຽນຄຳເທົ່ານັ້ນ.
ວັດທະນະທຳການມອບແຫວນແຊ້ມ ເຖິງວ່າຈະເປັນສິ່ງໃໝ່ສຳລັບວົງການບານເຕະ, ແຕ່ຖືເປັນທຳນຽມປະຕິບັດທີ່ຍິ່ງໃຫຍ່ໃນວົງການກິລາ “ອາເມລິກັນເກມ” (American Games) ເຊັ່ນ: ບານບ້ວງ NBA ແລະNFL.
ໂດຍຈະຜະລິດຈຳນວນຈຳກັດ 2,026 ວົງເທົ່ານັ້ນ:
ຕົວແຫວນປະດັບດ້ວຍເພັດ ແລະ ພອຍສີຟ້າ (Sapphires). ດ້ານໜຶ່ງຈະສະຫຼັກຮູບຂັນລາງວັນບານໂລກອັນຊົງກຽດໃສ່, ສ່ວນອີກດ້ານໜຶ່ງຈະຖືກອອກແບບພິເສດເພື່ອສະທ້ອນເຖິງເອກະລັກ ຂອງຊາດທີ່ຄວ້າແຊ້ມ. ແຫວນທຸກວົງຈະມີໝາຍເລກສະເພາະຕົວ.
ຈະມອບ 30 ວົງ ໃຫ້ກັບນັກເຕະ ແລະ ທີມງານຂອງທີມແຊ້ມ. ໂດຍໃນມື້ຊີງຊະນະເລີດ ກັບຕັນທີມ ແລະ ຫົວໜ້າຄູຝຶກສອນຈະໄດ້ຮັບແຫວນຊົ່ວຄາວກ່ອນ, ຫຼັງຈາກນັ້ນທີມງານຈະໄປວັດຂະໜາດນິ້ວມືຂອງທຸກຄົນ ເພື່ອຜະລິດແຫວນແທ້ໃຫ້ພໍດີ ແລະ ສົ່ງມອບໃຫ້ພາຍຫຼັງ.
ນອກຈາກນັ້ນ, ຈະຈຳໜ່າຍໃຫ້ກັບແຟນບານ ແລະ ນັກສະສົມທົ່ວໂລກທີ່ສົນໃຈ 1,996 ວົງ. ເຖິງວ່າຕອນນີ້ຈະຍັງບໍ່ມີການເປີດເຜີຍລາຄາຢ່າງເປັນທາງການ, ແຕ່ຄາດວ່າມູນຄ່າຈະສູງສົມຄວນ ຍ້ອນເປັນສິນຄ້າລິຂະສິດແທ້ລະດັບ Rare Item.
ຢ່າງໃດກໍ່ຕາມ ໃນຂັ້ນຕອນນີ້ ຟີຟ່າຍັງບໍ່ໄດ້ປະກາດໂຄງການນີ້ຢ່າງເປັນທາງການຜ່ານຊ່ອງທາງຢ່າງເປັນທາງການເທື່ອ ແຕ່ສື່ຫຼາຍສຳນັກໄດ້ເຜີຍແຜ່ຂ່າວນີ້ໄປທາງດຽວກັນວ່າ ທີມແຊ້ມ
ຖ້າຂ່າວນີ້ເປັນຄວາມຈິງ! ມາລຸ້ນນຳກັນວ່າ ທີມໃດຈະໄດ້ແຫວນແຊ້ມນີ້ໄປຄອງ ລະຫວ່າງ ແອັດສະປາຍ ແລະ ອາກຊັງຕິນ.
ທີ່ມາ: FOOT AFRICA
Lao Youth Radio FM90MHz


