2025 ອັກຄີໄພທີ່ເກີດຢູ່ລາວ ສ່ວນຫຼາຍຍ້ອນສາເຫດໄຟຟ້າລັດວົງຈອນ

ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ສະຫຼຸບຜົນງານການເຄື່ອນໄຫວປະຈຳປີ 2025, ພົບວ່າຕະຫຼອດປີຜ່ານມາ ມີອັກຄີໄພເກີດຂຶ້ນທົ່ວປະເທດເຖິງ 193 ຄັ້ງ, ສ້າງຄວາມເສຍຫາຍທາງດ້ານຊັບສິນລວມກວ່າ 208 ຕື້ກີບ, ມີຜູ້ເສຍຊີວິດ 11 ຄົນ ແລະ ບາດເຈັບ 8 ຄົນ.

ສະຖິຕິ ແລະ ສາເຫດຂອງການເກີດອັກຄີໄພ

1. ແຂວງທີ່ເກີດເຫດຫຼາຍທີ່ສຸດ: ແຂວງຈຳປາສັກ (46 ຄັ້ງ), ນະຄອນຫຼວງວຽງຈັນ (33 ຄັ້ງ) ແລະ ແຂວງສະຫວັນນະເຂດ (28 ຄັ້ງ).

2. ສາເຫດຕົ້ນຕໍ: ໄຟຟ້າລັດວົງຈອນ (98 ຄັ້ງ), ຄວາມປະໝາດຂາດສະຕິ (37 ຄັ້ງ), ການເຈດຕະນາຈູດ (18 ຄັ້ງ), ຄວາມຜິດພາດທາງເຕັກນິກ, ອຸປະຕິເຫດ ແລະ ອື່ນໆ.

3. ເຫດການພົ້ນເດັ່ນ: ເຫດໄຟໄໝ້ ແລະ ລະເບີດຢູ່ຮ້ານຂາຍອາໄຫຼ່ລົດ ທີ່ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 14 ກຸມພາ 2025, ເຊິ່ງມີສາເຫດມາຈາກການຖິ້ມກົ້ນຢາສູບໃສ່ທາດລະເບີດ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ, ບາດເຈັບ 6 ຄົນ ແລະ ເສຍຫາຍທາງຊັບສິນເຖິງ 51 ຕື້ກີບ.

ໃນປີຜ່ານມາ, ກອງກຳລັງຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ສຸມໃສ່ 2 ວຽກງານຍຸດທະສາດ:

ວຽກງານສະກັດກັ້ນ: ປັບປຸງນິຕິກຳ, ໂຄສະນາເຜີຍແຜ່ຄວາມຮູ້, ຈັດຝຶກອົບຮົມວິຊາສະເພາະ 115 ຄັ້ງ (ມີຜູ້ເຂົ້າຮ່ວມກວ່າ 7.600 ຄົນ) ແລະ ລົງກວດກາຄວາມປອດໄພພື້ນຖານ 218 ຄັ້ງ.

ວຽກງານການຕ້ານ: ປະຈຳການກຽມພ້ອມ 24 ຊົ່ວໂມງ, ຮັບແຈ້ງເຫດ 1.226 ສາຍ ແລະ ໄດ້ອອກມອດໄຟຕົວຈິງ 10 ຄັ້ງ, ພ້ອມທັງປ້ອງກັນຄວາມປອດໄພໃນງານສຳຄັນຕ່າງໆ 63 ຄັ້ງ.

ທີ່ມາ: ຄວາມສະຫງົບ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles