ໃກ້ປິດຮັບສະໝັກແລ້ວ ໂຄງການແລກປ່ຽນລະຫວ່າງນັກສຶກສາລາວ-ຍີ່ປຸ່ນ

ໃກ້ປິດຮັບສະໝັກແລ້ວ ໂອກາດດີໆ ມາແລ້ວ! ໄວໜຸ່ມລາວຄົນໃດ ຢາກມີໝູ່ເພື່ອນຄົນຍີ່ປຸ່ນ ແລະ ມີ ປະສົບການ ແລກປ່ຽນສຸດພິເສດ ຢູ່ ນະຄອນຫຼວງວຽງຈັນ ສະໝັກມາທາງນີ້ເລີຍ ! ກັບໂຄງການ “Diversity Voyage” ໂຄງການແລກປ່ຽນວັດທະນະທຳ ລາວ-ຍີ່ປຸ່ນ ທີ່ໃຫ້ທຶນເຕັມ 100% ໃນລະຫວ່າງໂຄງການ

ພວກເຮົາກໍາລັງເຟັ້ນຫາໄວໜຸ່ມລາວ 16 ຄົນທີ່ມີໄຟແຮງ ທີ່ມາຈາກ ໂຮງຮຽນ ມັດທະຍົມປາຍ, ວິທະຍາໄລ ຫຼື ມະຫາວິທະຍາໄລ ໃນ ສປປ ລາວ ສະໝັກເຂົ້າຮ່ວມ “Global Citizenship Program” ຮ່ວມກັບນັກສຶກສາຍີ່ປຸ່ນ ຈາກໂຮງຮຽນ Kejo Boys Junior & Senior High School (26 ຄົນ), ໂຮງຮຽນ ມັດທະຍົມ ອັນດັບຕົ້ນໆ ຈາກ Tokyo ເພື່ອຮ່ວມຮຽນຮູ້ກ່ຽວກັບ Social Innovation, ການແລກປ່ຽນວັດທະນະທຳເຊິ່ງກັນແລະກັນ, ການພັດທະນາທັກສະຄວາມເປັນພົນລະເມືອງໂລກ ແລະ ການສ້າງມິດຕະພາບອັນຍືນຍົງ.

ຜູ້ເຂົ້າຮ່ວມຈະໄດ້ຮັບຫຍັງແດ່?

ທຶນເຕັມ: ກວມເອົາຄ່າໃຊ້ຈ່າຍທັງໝົດໃນການເຂົ້າຮ່ວມ, ລວມທັງອາຫານທ່ຽງ ແລະ ອາຫານແລງ. (ບໍ່ລວມຄ່າ ເດີນທາງ ແລະ ທີ່ພັກ ຂອງຜູ້ທີ່ມາ ຈາກຕ່າງແຂວງ).

ປະສົບການໂດຍກົງ: ຮຽນຮູ້ ແລະ ເຮັດກິດຈະກໍາຮ່ວມກັບໝູ່ເພື່ອນ ນັກຮຽນຢີ່ປຸ່ນ ທັງຢູ່ ນະຄອນຫຼວງວຽງຈັນ ແລະ ການໄປ Homestay ຢູ່ບ້ານປະຊາຊົນ.

ໃບຢັ້ງຢືນ: ຈະໄດ້ຮັບໃບຢັ້ງຢືນການສໍາເລັດໂຄງການຈາກ ອົງກອນ GiFT.

ໂອກາດພັດທະນາຕົນເອງ: ເປີດໂລກກະທັດ ແລະ ຮຽນຮູ້ທັກສະໃໝ່ໆ ຈາກໝູ່ເພື່ອນລາວ-ຍີ່ປຸ່ນ 40 ກວ່າຄົນ.

ເງື່ອນໄຂຜູ້ສະໝັກ

– ເປັນນັກຮຽນຊັ້ນ ມ.ປາຍ ຫຼື ນັກສຶກສາວິທະຍາໄລ/ມະຫາວິທະຍາໄລ ໃນ ສປປ ລາວ.

– ມີຄວາມກະຕືລືລົ້ນ ແລະ ພ້ອມທີ່ຈະຮຽນຮູ້.

– ສາມາດສື່ສານ ພາສາອັງກິດ ໄດ້ໃນລະດັບກາງ-ສູງ

ກໍານົດການທີ່ສໍາຄັນ:

ປິດຮັບສະໝັກ: 20/07/2026 (ຮີບຟ້າວເດີ້!)

ສອບເສັງສໍາພາດທາງອອນລາຍ: 25/07/2026

ປະກາດຜົນ: 27/07/2026

ໄລຍະເວລາໂຄງການ: 20-25/08/2026 (06 ວັນ)

ສະໝັກເລີຍທີ່ລິ້ງກ້ອງຄອມເມັ້ນ.

(ສາມາດເບິ່ງລາຍລະອຽດເພີ່ມເຕີມໃນຮູບໂພສເຕີ )

ຢ່າພາດໂອກາດທີ່ຈະເປີດໂລກ ແລະ ສ້າງປະສົບການອັນລ້ຳຄ່າ! ພົບກັນໃນໂຄງການ!

ລິ້ງການສະໝັກ: https://docs.google.com/forms/d/e/1FAIpQLSdezMCSq_AqMTu8Dg5W9k61TXSm5l8I0D3jvc3qDzya_4Ssng/viewform

#DiversityVoyage#GlobalCitizenship#YouthExchange#LaosJapan#CulturalExchange

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles