ສະຫະລາຊະອານາຈັກ (ອັງກິດ) ກາຍເປັນປະເທດຫຼ້າສຸດ ທີ່ກຽມອອກກົດໝາຍຫ້າມເດັກນ້ອຍອາຍຸຕໍ່າກວ່າ 16 ປີ ນໍາໃຊ້ແພລັດຟອມໂຊຊຽວມີເດຍ ໂດຍທ່ານນາຍົກລັດຖະມົນຕີ ເຄຍ ສະຕາເມີ (Keir Starmer) ໄດ້ປະກາດມາດຕະການທີ່ຈະຄອບຄຸມທັງ Snapchat, TikTok, YouTube, Instagram, Facebook ແລະ X
ຂໍ້ຍົກເວັ້ນ: ແອັບພລິເຄຊັນສົ່ງຂໍ້ຄວາມ ເຊັ່ນ WhatsApp ແລະ Signal ແມ່ນຈະໄດ້ຮັບການຍົກເວັ້ນ ໂດຍຕັ້ງເປົ້າໝາຍຈະບັງຄັບໃຊ້ກົດໝາຍນີ້ພາຍໃນ ລະດູໃບໄມ້ປົ່ງ ປີ 2027. ນອກຈາກນີ້, ຍັງມີການຈຳກັດການນຳໃຊ້ແຊັດບອດ AI ໃນລັກສະນະຄູ່ຮັກສະເໝືອນຈິງໃຫ້ສາມາດໃຊ້ໄດ້ສະເພາະຜູ້ທີ່ມີອາຍຸ 18 ປີຂຶ້ນໄປເທົ່ານັ້ນ.
ກະແສຕື່ນຕົວທົ່ວໂລກ
ຄວາມເຄື່ອນໄຫວໃນຄັ້ງນີ້ ຖືເປັນແນວທາງດຽວກັນກັບອີກຫຼາຍປະເທດທີ່ເລີ່ມຄຸມເຂັ້ມຄວາມປອດໄພຂອງເຍົາວະຊົນ:
• ອົດສະຕຣາລີ: ເປັນປະເທດທຳອິດທີ່ບັງຄັບໃຊ້ກົດໝາຍຫ້າມເດັກນ້ອຍຕ່ຳກວ່າ 16 ປີ ຫຼິ້ນໂຊຊຽວມີເດຍຢ່າງເປັນທາງການໄປເມື່ອທ້າຍປີ 2025 ທີ່ຜ່ານມາ ພ້ອມທັງມີບົດລົງໂທດປັບໄໝແພລັດຟອມທີ່ຝ່າຝືນຢ່າງຮ້າຍແຮງ.
• ທະວີບເອີຣົບ: ຝຣັ່ງ, ຕວກກີ, ດານມາກ ແລະ ເກຼັກແມ່ນເລືອກກຳນົດເກນອາຍຸຂັ້ນຕ່ຳໄວ້ທີ່ 15 ປີ.
• ທະວີບອາຊີ: ອິນໂດເນເຊຍ ແລະ ມາເລເຊຍ ກໍໄດ້ປະກາດແຜນຄວບຄຸມເດັກນ້ອຍອາຍຸຕ່ຳກວ່າ 16 ປີ ເຊັ່ນດຽວກັນ.
ສາເຫດຫຼັກ ແລະ ຂໍ້ວິພາກວິຈານ
ເຫດຜົນທີ່ຕ້ອງຄວບຄຸມ: ລັດຖະບານຫຼາຍປະເທດຕ້ອງການປົກປ້ອງເດັກນ້ອຍ ແລະ ເຍົາວະຊົນ ຈາກຄວາມສ່ຽງຕ່າງໆ ບົນໂລກອອນລາຍ ທັງບັນຫາການກັ່ນແກ້ງກັນທາງໄຊເບີ, ພາວະເສບຕິດໂຊຊຽວມີເດຍ ແລະ ບັນຫາສຸຂະພາບຈິດ.
ກະແສສະທ້ອນ: ເຖິງຢ່າງໃດກໍຕາມ, ມາດຕະການດັ່ງກ່າວ ຍັງຄົງຜະເຊີນກັບກະແສວິພາກວິຈານຈາກກຸ່ມສິດທິມະນຸດດິຈິຕອນ ໃນເລື່ອງຂອງລະບົບການຢືນຢັນຕົວຕົນ ທີ່ອາດສົ່ງຜົນກະທົບຕໍ່ຄວາມເປັນສ່ວນຕົວ ແລະ ຄວາມທ້າທາຍໃນການບັງຄັບໃຊ້ໃຫ້ໄດ້ຜົນຕົວຈິງ.
ທີ່ມາ: Ceemeagain




