ເຫດການນີ້ເກີດຂຶ້ນໃນຊ່ວງຄ່ຳຄືນ ຂອງວັນທີ 16 ພຶດສະພາ 2026 ທີ່ຜ່ານມາ ໂດຍໄດ້ເກີດເຫດເພີງໄໝ້ຢ່າງຮຸນແຮງ ສ້າງຄວາມເສຍຫາຍໃຫ້ກັບອາຄານຫຼັກ (Main Hall) ຂອງ “ວັດໄດໂຮຈິ” (Daihoji Temple / 大法寺) ເຊິ່ງຕັ້ງຢູ່ໃນເມືອງທາກາໂອກະ (Takaoka), ແຂວງໂທຢາມະ (Toyama) ປະເທດຍີ່ປຸ່ນ ຈົນພັງທະລາຍ ແລະ ເສຍຫາຍໄປທັງຫຼັງ.
ເຈົ້າໜ້າທີ່ລະດົມກຳລັງດັບເພີງເກືອບ 9 ຊົ່ວໂມງ
ຫຼັງຈາກໄດ້ຮັບແຈ້ງເຫດ, ທາງການຍີ່ປຸ່ນໄດ້ລະດົມລົດດັບເພີງຫຼາຍກວ່າ 20 ຄັນ ພ້ອມດ້ວຍເຈົ້າໜ້າທີ່ກູ້ໄພຟ້າວເຂົ້າຄວບຄຸມສະຖານະການຢ່າງຮີບດ່ວນ. ເນື່ອງຈາກໂຄງສ້າງສ່ວນໃຫຍ່ຂອງວັດເປັນໄມ້ເກົ່າແກ່ ເຮັດໃຫ້ໄຟລຸກລາມຢ່າງໄວ. ເຈົ້າໜ້າທີ່ຕ້ອງໄດ້ໃຊ້ເວລາໃນການຄວບຄຸມເພີງເປັນເວລາດົນນານເກືອບ 9 ຊົ່ວໂມງ ຈຶ່ງສາມາດສະກັດກັ້ນໄຟໄວ້ໄດ້ ທ່າມກາງຄວາມໂສກເສົ້າຂອງປະຊາຊົນໃນທ້ອງຖິ່ນ.
ວັດໄດໂຮຈິ ແຫ່ງນີ້ ບໍ່ແມ່ນພຽງແຕ່ວັດທຳມະດາ ແຕ່ເປັນສະຖານທີ່ສັກສິດ ແລະ ມີຄວາມສຳຄັນທາງປະຫວັດສາດຢ່າງຍິ່ງຂອງຍີ່ປຸນ ໂດຍວັດນີ້ຖືກສ້າງຂຶ້ນຕັ້ງແຕ່ປີ ຄ.ສ 1453 (ເຊິ່ງປະຈຸບັນ ມີອາຍຸຍືນຍາວເຖິງ 573 ປີ).
ໄດ້ຮັບການຍົກຍ້ອງ ແລະ ຂຶ້ນທະບຽນເປັນສົມບັດທາງວັດທະນະທຳທີ່ສຳຄັນຂອງຊາດຍີ່ປຸ່ນ.
ພາຍໃນອາຄານທີ່ຖືກໄຟໄໝ້ ເຄີຍເປັນສະຖານທີ່ເກັບຮັກສາ ແລະ ຈັດສະແດງຜົນງານສິລະປະ, ພາບຈິດຕະກຳຝາຜະໜັງອັນລ້ຳຄ່າຂອງ “ຮາເຊງາວະ ໂທຮາກຸ” (Hasegawa Tohaku) ຈິດຕະກອນເອກຊື່ດັງໃນຕຳນານຂອງຍີ່ປຸ່ນ ເຊິ່ງຜົນງານເຫຼົ່ານີ້ອາດຈະຖືກທຳລາຍໄປໃນກອງເພີງທັງໝົດ.
ໃນສ່ວນຂອງສາເຫດການເກີດເພີງໄໝ້ຄັ້ງນີ້ ແລະ ມູນຄ່າຄວາມເສຍຫາຍທັງໝົດ, ທາງເຈົ້າໜ້າທີ່ຕຳຫຼວດ ແລະ ກົມດັບເພີງຂອງແຂວງໂທຢາມະ ພວມຢູ່ໃນຂັ້ນຕອນການລົງພື້ນທີ່ກວດສອບຢ່າງລະອຽດ ເພື່ອສະຫຼຸບຫາສາເຫດທີ່ແທ້ຈິງຕໍ່ໄປ.
ທີ່ມາ: NHK News
Lao Youth Radio FM90MHz

