ຍີ່ປຸ່ນ ຮ່ວມມືກັບ ຈີນ ສ້າງວັດສະດຸປີກແມງກະເບື້ອ ໂຄງສ້າງທີ່ໃຊ້ຕ້ານແຜ່ນດິນໄຫວ

ຈາກ “ປີກແມງກະເບື້ອ” ສູ່ “ອາຄານຕ້ານແຜ່ນດິນໄຫວ”: ນະວັດຕະກຳວັດສະດຸໃໝ່ສຸດລ້ຳ

ໃຜຈະເຊື່ອວ່າຄວາມບອບບາງຂອງ “ປີກແມງກະເບື້ອ” ຈະກາຍມາເປັນຕົ້ນແບບໃນການສ້າງອາຄານທີ່ແຂງແຮງທົນທານຕໍ່ແຜ່ນດິນໄຫວ? ນີ້ຄືການຄົ້ນພົບຄັ້ງສຳຄັນຈາກການຮ່ວມມືລະຫວ່າງ ນັກວິໄຈຈາກມະຫາວິທະຍາໄລໂທໂຮຄຸ (ຍີ່ປຸ່ນ) ແລະ ມະຫາວິທະຍາໄລເຕັກໂນໂລຊີອູ່ຮັ່ນ (ຈີນ) ທີ່ໄດ້ປ່ຽນແນວຄິດການອອກແບບໂຄງສ້າງໄປຕະຫຼອດກາງ.

ແຮງບັນດານໃຈຈາກທຳມະຊາດ

ເຖິງວ່າປີກແມງກະເບື້ອຈະເບິ່ງເບົາບາງ, ແຕ່ໂຄງສ້າງພາຍໃນຂອງມັນມີການຈັດລຽງ “ເສັ້ນປີກ” ທີ່ສະຫຼັບຊັບຊ້ອນ ເຮັດໃຫ້ສາມາດກະຈາຍແຮງລົມ ແລະ ແຮງສັ່ນສະເທືອນໄດ້ຢ່າງດີເລີແ. ນັກວິໄຈຈຶ່ງໄດ້ຖອດລະຫັດນີ້ມາສ້າງເປັນໂຄງສ້າງທີ່ຊ່ວຍ “ກະຈາຍແຮງກະທົບ” ເຊິ່ງເອີ້ນວ່າ BCCB topology (Butterfly-inspired Body-Centered Cubic).

ໂຄງສ້າງໃໝ່ນີ້ດີກວ່າແບບເກົ່າແນວໃດ?

ໂດຍປົກກະຕິ, ວັດສະດຸນ້ຳໜັກເບົາທົ່ວໄປມັກຈະມີບັນຫາເມື່ອຖືກແຮງກະແທກແຮງໆ ຄວາມເສຍຫາຍຈະລວມກັນຢູ່ຈຸດດຽວ ແລະ ເຮັດໃຫ້ໂຄງສ້າງພັງລົງທັນທີ. ແຕ່ໂຄງສ້າງແບບໃໝ່ນີ້ມີຄຸນສົມບັດພິເສດຄື:

1. Anisotropic (ຄວາມແຂງແຮງແຕກຕ່າງກັນໃນແຕ່ລະທິດທາງ): ຄືກັນກັບ “ໄມ້” ທີ່ຫັກຍາກຖ້າຕັດຂວາງລາຍເສັ້ນ. ໂຄງສ້າງນີ້ຊ່ວຍຄວບຄຸມທິດທາງການກະຈາຍແຮງໄດ້ດີຂຶ້ນ.

2. ການເສຍຮູບແບບຄວບຄຸມ: ເມື່ອເກີດແຜ່ນດິນໄຫວ ຫຼື ແຮງກະແທກ, ວັດສະດຸຈະຄ່ອຍໆ ຢືດ ແລະ ກະຈາຍແຮງອອກໄປໃນຫຼາຍທິດທາງ ຄ້າຍກັບການກາງປີກຜີເສື້ອ ເຮັດໃຫ້ອາຄານບໍ່ພັງທະລາຍລົງມາແບບສັບພະລັນ.

3. ດູດຊັບພະລັງງານໄດ້ສູງ: ຈາກການທົດສອບພົບວ່າ ມັນສາມາດຮັບແຮງກະແທກໄດ້ສູງກວ່າໂຄງສ້າງແບບເດີມຫຼາຍເທົ່າ.

ອະນາຄົດຂອງການກໍ່ສ້າງ

ນະວັດຕະກຳນີ້ຈະກາຍເປັນຫົວໃຈສຳຄັນໃນການອອກແບບອາຄານ, ຂົວທາງ ຫຼື ແມ່ນແຕ່ຍານພາຫະນະ ໃຫ້ມີຄວາມປອດໄພສູງຂຶ້ນ ເມື່ອປະເຊີນກັບອຸບັດຕິເຫດ ຫຼື ໄພທຳມະຊາດທີ່ບໍ່ຄາດຝັນ.

“ທຳມະຊາດໄດ້ສ້າງວິທີປ້ອງກັນຕົວເອງໄວ້ແລ້ວ, ມະນຸດເຮົາພຽງແຕ່ຮຽນຮູ້ ແລະ ນຳມາປັບໃຊ້ໃຫ້ເກີດປະໂຫຍດສູງສຸດ”.

ແຫຼ່ງອ້າງອີງ:

Tohoku University (Japan) & Wuhan University of Technology (China)

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles