ແຂວງຫົວພັນ ດັນແນວຄິດຕະຫຼາດສີຂຽວ ຜ່ານງານວາງສະແດງເຄື່ອງປ່າຂອງດົງ ມຸ່ງພັດທະນາເສດຖະກິດຮາກຖານແບບຍືນຍົງ

ວັນທີ 18 ພຶດສະພາ 2026 ນີ້, ແຂວງຫົວພັນໄດ້ຈັດພິທີເປີດງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫຼາດສີຂຽວ ຄັ້ງທີ 1 ປະຈໍາປີ 2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ສວນແກ້ວຫຼັກເມືອງ, ເມືອງຊໍາເໜືອ. ໂດຍການໃຫ້ເກືຍດເຂົ້າຮ່ວມເປັນປະທານຂອງທ່ານ ພອນສຸກ ອິນທະວົງ, ປະທານຄະນະກຳມະການປົກຄອງແຂວງຫົວພັນ, ພ້ອມດ້ວຍການນຳແຂວງ, ເມືອງ, ພະແນກການ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ຄຳແກ້ວ ອຸ່ນອານົງນຸດ, ປະທານສະພາການຄ້າ ແລະ ອຸດສະຫະກຳແຂວງຫົວພັນ ກ່າວວ່າ: ການຈັດງານຄັ້ງນີ້ມີຄວາມສຳຄັນຢ່າງຍິ່ງ ໃນການສົ່ງເສີມການນໍາໃຊ້ເຄື່ອງປ່າຂອງດົງແບບຢືນຍົງ, ສ້າງໂອກາດດ້ານການຕະຫຼາດໃຫ້ແກ່ກຸ່ມຜູ້ຜະລິດ ແລະ ຊຸມຊົນ ໄດ້ນໍາສະເໜີ ແລະ ຈຳໜ່າຍສິນຄ້າ, ພ້ອມທັງຊຸກຍູ້ການລົງທຶນ ແລະ ພັດທະນາສິນຄ້າເຄື່ອງປ່າຂອງດົງ ແລະ ຜະລິດຕະພັນໂອດ໊ອບ (ODOP) ໃຫ້ມີມາດຕະຖານ ສາມາດແຂ່ງຂັນໄດ້ໃນລະດັບສາກົນ. ຄຽງຄູ່ກັນນັ້ນ, ຍັງເປັນການປູກຈິດສໍານຶກໃນການອະນຸລັກປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ປ່າໄມ້ໃຫ້ຄົງຢູ່ຕະຫຼອດໄປ. ງານຄັ້ງນີ້ຈະຈັດຂຶ້ນເປັນເວລາ 5 ວັນ (18-22 ພຶດສະພາ 2026) ໂດຍມີບຸດວາງສະແດງສິນຄ້າທັງໝົດ 70 ກວ່າບຸດ ເຊິ່ງຕົບແຕ່ງດ້ວຍຜະລິດຕະພັນໄມ້ໄຜ່. ພາຍໃນງານມີ 5 ກິດຈະກໍາຫຼັກ ຄື: ການສໍາມະນາ ແລະ ສົນທະນາ, ການສາທິດການແປຮູບສິນຄ້າ, ການເຊື່ອມຕໍ່ການຄ້າ, ການສະແດງສີລະປະວັນນະຄະດີ ແລະ ກິດຈະກຳສົ່ງເສີມກິລາທີ່ເຊື່ອມໂຍງກັບການທ່ອງທ່ຽວ ແລະ ອາຫານພື້ນເມືອງ.

ຈຸດເດັ່ນທີ່ສຳຄັນຂອງງານແມ່ນງານສຳມະນາ ເພື່ອຍົກລະດັບສິນຄ້າເຄື່ອງປ່າຂອງດົງ ໂດຍມີຜູ້ຊ່ຽວຊານມາໃຫ້ຄວາມຮູ້ໃນຫຼາຍຫົວຂໍ້ໜ້າສົນໃຈ ເຊັ່ນ: ນະວັດຕະກໍາຕ່ອງໂສ້ມູນຄ່າເພີ່ມ (ເຫັດກໍ່ແດງ, ການລ້ຽງເຜິ້ງໃສ່ສວນກາເຟ), ເເສດຖະກິີດເອກະລາດ, ນະວັດຕະກຳ AI ຍຸກໃໝ່, ຍຸດທະຍາດການສົ່ງເສີມການສ້າງມູນຄ່າເພີ່ມຂອງເຄື່ອງປ່າຂອງດົງ ແລະ ຫົວຂໍ້ຜະລິດຕະພັນການບໍລິການຂອງທະນາຄານ ເພື່ອໃຫ້ກຸ່ມຜະລິດ ແລະ ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ເຂົ້າເຖິງສິນເຊື້ອ.

ໃນພິທີ, ທ່ານ ພອນສຸກ ອິນທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະຮັບຜິດຊອບງານ ແລະ ສະແດງຄວາມຂອບໃຈຕໍ່ຜູ້ໃຫ້ທຶນສະໜັບສະໜູນຮ່ວມຈາກ ກະຊວງພັດທະນາເສດຖະກິດ ແລະ ການຮ່ວມມືເຢຍລະມັນ (BMZ) ແລະ ສະຫະພາບເອີຣົບ (EU) ໂດຍຜ່ານໂຄງການປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ ໃນ ສປປ ລາວ (ProFEB). ທ່ານໄດ້ເນັ້ນເຖິງຄວາມອຸດົມສົມບູນຂອງເຄື່ອງປ່າຂອງດົງຢູ່ແຂວງຫົວພັນ ເປັນຕົ້ນແມ່ນ ເຫັດ, ໃບໄຜ່ຊ້າງ, ໜໍ່ໄມ້, ໄມ້ປ່ອງ, ນ້ຳເຜີ້ງ ແລະ ຫັດຖະກຳຕ່າງໆ ເຊິ່ງເປັນແຫຼ່ງລາຍຮັບສໍາຄັນຂອງປະຊາຊົນທ້ອງຖິ່ນ. ການຈັດງານຄັ້ງນີ້ສອດຄ່ອງກັບແນວຄິດ “ຕະຫຼາດສີຂຽວ” ເພື່ອຊຸກຍູ້ການຜະລິດແບບຍືນຍົງ ທີ່ຮັກສາສິ່ງແວດລ້ອມ ແລະ ປອດໄພຕໍ່ຜູ້ບໍລິໂພກ. ການນໍາແຂວງຍາມໃດກໍ່ໃຫ້ຄວາມສໍາຄັນຕໍ່ການບໍລິຫານຈັດການ ແລະ ອານຸລັກຊັບພະຍາກອນປ່າໄມ້ ໂດຍວາງແນວທາງຊີ້ນໍາໃນການຈັດການປ່າໄມ້ແບບມີສ່ວນຮ່ວມ ແລະ ສ້າງຕະຫຼາດທີ່ຍືນຍົງ.

ໃນຕອນທ້າຍ, ທ່ານປະທານຄະນະກຳມະການປົກຄອງແຂວງໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງສາກົນສືບຕໍ່ໃຫ້ການສະໜັບສະໜູນແຂວງຫົວພັນ ແລະ ຊີ້ນໍາໃຫ້ພະແນກການທີ່ກ່ຽວຂ້ອງນໍາເອົາຮູບແບບງານນີ້ໄປຈັດຕັ້ງປະຕິບັດໃນແຕ່ລະເມືອງຂອງແຂວງຫົວພັນ ເພື່ອຂະຫຍາຍກິດຈະກຳສູ່ທ້ອງຖິ່ນ.

ງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫຼາດສີຂຽວ ຄັ້ງທໍາອິດນີ້ ຖືເປັນການເປີດໂອກາດໃຫ້ສິນຄ້າທີ່ມີທ່າແຮງຂອງແຂວງຫົວພັນໄດ້ຮັບການຮັບຮູ້ຢ່າງກວ້າງຂວາງ, ສ້າງການເຊື່ອມໂຍງລະຫວ່າງຜູ້ຜະລິດ – ຜູ້ຄ້າ – ນັກລົງທຶນ, ພ້ອມທັງຍົກລະດັບພາບລັກຂອງແຂວງຫົວພັນໃຫ້ເປັນແຫຼ່ງຜະລິດເຄື່ອງປ່າຂອງດົງ ແລະ ສິນຄ້າທີ່ມີຄຸນນະພາບ ແລະ ຄວາມຍືນຍົງໃນອະນາຄົດ.

ທີ່ມາ: ຂ່າວຫົວພັນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles