ຢຶດຊິ້ນສ່່ວນສັດປ່າຕ້ອງຫ້າມກວ່າ 10 ກິໂລ ຢູ່ສະໜາມບິນວັດໄຕ

​ໃນວັນທີ 15 ພຶດສະພາ 2026​ ທີ່ຜ່ານມາ, ຄະນະເຈົ້າໜ້າທີ່​ ທີ່ກ່ຽວຂ້ອງປະຈຳສະໜາມບິນສາກົນວັດໄຕ ປະກອບມີ: ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕຳຫຼວດ ຕມ ແລະ ເຈົ້າໜ້າທີ່ກັກກັນພືດ-ສັດ ໄດ້ດຳເນີນການກວດກາ ແລະ ສາມາດສະກັດກັ້ນການລັກລອບຂົນສົ່ງຊິ້ນສ່ວນສັດປ່າຫວງຫ້າມຂ້າມຊາດ.

ຜ່ານການກວດກາດ້ວຍເຄື່ອງເອັກສະເລ (X-ray) ກະເປົາເດີນທາງຂອງ​ຜູ້ໂດຍສານ​ ຖ້ຽວບິນ QV 924 ເວລາປະມານ 15 ໂມງ​ 30 ນາທີ, ທີ່ເດີນທາງອອກຈາກປະເທດອັງໂກລາ ໃນວັນທີ 12 ພຶດສະພາ 2026 ດ້ວຍຖ້ຽວບິນ EK 794 ຜ່ານປະເທດ ທີ 2 ແລະ ທີ 3 ເຂົ້າມາ ສປປ ລາວ. ເຈົ້າໜ້າທີ່ໄດ້ພົບເຫັນວັດຖຸຕ້ອງສົງໄສຊຸກເຊື່ອງຢູ່ໃນຮູບປັ້ນເຄື່ອງທີ່ລະນຶກ. ຈາກການກວດກາຕົວຈິງ ພົບເຫັນຊິ້ນສ່ວນຄ່າຍຄືສັດປ່າຫວງຫ້າມ ຊຶ່ງປະກອບມີ: ຊິ້ນສວ່ນຄ່າຍຄືໜໍ່ແຮດ ຈຳນວນ 4 ອັນ, ນ້ຳໜັກ 10.1 ກິໂລກຣາມ (ລວມວັດສະດຸຫຸ້ມຫໍ່). ຜູ້ຖືກສົງໄສໃນຄັ້ງນີ້​ ແມ່ນເພດຊາຍ, ສັນຊາດຫວຽດນາມ.

ຕໍ່ກັບເຫດການດັ່ງກ່າວ, ທາງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ພາຍໃຕ້ເຄືອຂ່າຍ LAO-WEN ຈະດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນກົດໝາຍ ແລະ ລະບຽບການຕໍ່ໄປ.

📰​ທີ່ມາ: ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles