ຄຳມ່ວນ ສ້າງຜົນງານໂດດເດັ່ນ ທຳລາຍລະເບີດເຄື່ອນທີ່ໄດ້ 926 ຄັ້ງ ເກີນແຜນ 132%

ແຂວງຄຳມ່ວນ ສາມາດສ້າງຜົນສຳເລັດໂດດເດັ່ນໃນວຽກງານເກັບກູ້ລະເບີດ ຫຼັງຈາກ 3 ໂຄງການໃຫຍ່ ສາມາດທຳລາຍລະເບີດເຄື່ອນທີ່ໄດ້ເຖິງ 926 ຄັ້ງ ເທົ່າກັບ 132,28% ຂອງແຜນການ ພ້ອມກວດກູ້ພື້ນທີ່ປອດໄພໄດ້ຫຼາຍກວ່າ 507.984 ຕາແມັດ ໃນໄລຍະເດືອນ ເມສາ 2025 ຫາ ມີນາ 2026.

ການດຳເນີນງານຄັ້ງນີ້ ປະກອບມີ 3 ໂຄງການຫຼັກ ຄື: ໂຄງການເກັບກູ້ລະເບີດບໍ່ທັນແຕກໄລຍະ VII, ໂຄງການເກັບກູ້ລະເບີດລູກຫວ່ານ ແລະ ໂຄງການທຳລາຍລະເບີດເຄື່ອນທີ່ ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກອົງການສາກົນ ແລະ ພາກສ່ວນຮ່ວມມືຕ່າງປະເທດ

ທ່ານ ສີວອນ ວັນວິໄລ ຫົວໜ້າອົງການເກັບກູ້ລະເບີດ ປະຈຳແຂວງຄຳມ່ວນ ໄດ້ລາຍງານວ່າ ໂຄງການເກັບກູ້ລະເບີດໄລຍະ VII ໄດ້ຮັບທຶນສະໜັບສະໜູນ 875.368 ໂດລາສະຫະລັດ ຈາກກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງສະຫະລາຊະອານາຈັກອັງກິດ (FCDO)

ຜ່ານການດຳເນີນວຽກ ສາມາດສຳຫຼວດພື້ນທີ່ໄດ້ເຖິງ 11.110.751 ຕາແມັດ ຫຼື 580,19% ຂອງແຜນ, ພ້ອມຈັດກິດຈະກຳໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດໄດ້ 166 ຄັ້ງ

ນອກຈາກນັ້ນ ໂຄງການທຳລາຍລະເບີດເຄື່ອນທີ່ ຍັງສາມາດດຳເນີນວຽກໃນ 4 ເມືອງບູລິມະສິດ ຄື: ບົວລະພາ, ຍົມມະລາດ, ມະຫາໄຊ ແລະ ໄຊບົວທອງ ໂດຍສາມາດທຳລາຍລະເບີດໄດ້ 722 ຄັ້ງ ຫຼື 103,14% ຂອງແຜນການ.

ພ້ອມກັນນີ້ ທີ່ປະຊຸມຍັງໄດ້ຖອດຖອນບົດຮຽນ, ວາງທິດທາງແຜນງານໃນອະນາຄົດ ແລະ ມອບໃບຢັ້ງຢືນຜົນສຳເລັດການກວດກູ້ລະເບີດ ໃຫ້ແກ່ບັນດາບ້ານເປົ້າໝາຍ ເພື່ອສ້າງຄວາມປອດໄພໃຫ້ປະຊາຊົນ ແລະ ສົ່ງເສີມການນຳໃຊ້ພື້ນທີ່ເພື່ອການພັດທະນາຢ່າງຍືນຍົງ.

ທີ່ມາ: ຂ່າວເສດຖະກິດສັງຄົມ

Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles