ໃນວັນທີ 15 ພຶດສະພາ 2026 ທີ່ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ເປັນປະທານກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນ ຄັ້ງທີ 2 ເພື່ອວາງມາດຕະການເດັດຂາດໃນການບໍລິຫານຈັດການງົບປະມານແຫ່ງລັດ ໂດຍມຸ່ງເນັ້ນໃສ່ການແກ້ໄຂບັນຫາໜີ້ສິນສາທາລະນະ ແລະ ການຜັນຂະຫຍາຍມະຕິການສ້າງເສດຖະກິດເອກະລາດທີ່ເຂັ້ມແຂງດ້ວຍຕົນເອງ (ສອຈ).
ເພື່ອຮັບປະກັນໃຫ້ລາຍຮັບງົບປະມານບັນລຸຕາມແຜນການ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງເລັ່ງຂະຫຍາຍຖານລາຍຮັບໃໝ່ ເຊັ່ນ: ການເກັບອາກອນທີ່ດິນ ແລະ ອາກອນສິ່ງແວດລ້ອມ ຄວບຄູ່ໄປກັບການຫັນລະບົບການເກັບລາຍຮັບເປັນທັນສະໄໝ ໂດຍການຍູ້ແຮງການນຳໃຊ້ໃບເກັບເງິນເອເລັກໂຕຣນິກໃຫ້ຄົບຖ້ວນ ເພື່ອອັດຮູຮົ່ວໄຫຼ.
ໃນຂະນະດຽວກັນ, ດ້ານການລາຍຈ່າຍກໍຕ້ອງໄດ້ຮັບການປັບປຸງຂອດການອະນຸມັດ ແລະ ການເບີກຈ່າຍຜ່ານລະບົບທັນສະໄໝ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ປະຢັດມັດທະຍັດສູງສຸດ. ສຳລັບວຽກງານທີ່ສຳຄັນທີ່ສຸດຄືການຄຸ້ມຄອງໜີ້ສິນນັ້ນ, ພາກລັດຈະລົງເລິກປະເມີນ ແລະ ປັບໂຄງສ້າງໜີ້ສິນຄືນໃໝ່ທັງໝົດ ພ້ອມທັງປະກາດຈຸດຢືນຊັດເຈນທີ່ຈະ ຢຸດຕິການກູ້ຢືມເງິນທີ່ມີດອກເບ້ຍສູງ ແລະ ບໍ່ມີປະສິດທິຜົນຢ່າງເດັດຂາດ.
ນອກຈາກມາດຕະການທາງດ້ານການເງິນແລ້ວ, ກອງປະຊຸມຍັງໄດ້ເນັ້ນໜັກເຖິງການພັດທະນາບຸກຄະລາກອນ ໂດຍຈະມີການປະຕິບັດນະໂຍບາຍ “ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ” ຢ່າງຈິງຈັງ ເພື່ອຄັດເລືອກເອົາພະນັກງານທີ່ມີຄວາມຮູ້ຄວາມສາມາດ ແລະ ມີຄຸນສົມບັດແທ້ຈິງເຂົ້າມາເຮັດວຽກ ໂດຍຍຶດຖືເອົາຜົນປະໂຫຍດສ່ວນລວມຂອງຊາດເປັນທີ່ຕັ້ງ ເພື່ອນຳພາຂະແໜງການເງິນຂອງປະເທດໃຫ້ກ້າວໄປສູ່ຄວາມເຂັ້ມແຂງ ແລະ ໂປ່ງໃສຢ່າງແທ້ຈິງ.
ທີ່ມາ: ກະຊວງການເງິນ

