ອີງຕາມສື່ທ້ອງຖິ່ນຈີນລາຍງານວ່າ: ເກີດເຫດແຜ່ນດິນໄຫວຢ່າງຮຸນແຮງ ຂະໜາດ 5.2 ຣິກເຕີ ຢູ່ເຂດຫຼິ່ວໜານ, ເມືອງຫຼິ່ວໂຈວ, ເຂດປົກຄອງຕົນເອງເຜົ່າຈ້ວງມົນທົນກວາງຊີ ທາງຕອນໃຕ້ຂອງປະເທດຈີນ ໃນເວລາ 00:21 ໂມງ ຂອງວັນທີ 18 ພຶດສະພາ 2026 (ຕາມເວລາທ້ອງຖິ່ນ).
ຈຸດສູນກາງຂອງແຜ່ນດິນໄຫວຢູ່ເລິກລົງໄປໃຕ້ດິນປະມານ 8 ກິໂລແມັດ.
ຄວາມເສຍຫາຍ ແລະ ຜົນກະທົບຫຼ້າສຸດ:
ຜູ້ເສຍຊີວິດ: ຢືນຢັນແລ້ວ 2 ລາຍ.
ຜູ້ສູນຫາຍ: 1 ລາຍ (ເຈົ້າໜ້າທີ່ກຳລັງເລັ່ງຄົ້ນຫາ).
ຜູ້ບາດເຈັບ: ມີ 4 ລາຍ ຖືກນຳສົ່ງໂຮງໝໍແລ້ວ ແຕ່ອາການບໍ່ເປັນອັນຕະລາຍເຖິງຊີວິດ.
ອາຄານບ້ານເຮືອນ: ມີອາຄານພັງທະລາຍລົງມາ 13 ຫຼັງ.
ການອົບພະຍົບ: ເຈົ້າໜ້າທີ່ໄດ້ເລັ່ງອົບພະຍົບປະຊາຊົນຫຼາຍກວ່າ 7,000 ຄົນ ໄປຍັງເຂດປອດໄພ.
ທາງການຈີນໄດ້ຍົກລະດັບການຕອບໂຕ້ສຸກເສີນຂຶ້ນເປັນ ລະດັບ 3 (Level-III) ໂດຍໄດ້ລະດົມກຳລັງເຈົ້າໜ້າທີ່ດັບເພີງ ແລະ ກູ້ໄພຫຼາຍກວ່າ 315 ນາຍ ພ້ອມດ້ວຍຍານພາຫະນະກູ້ໄພ 51 ຄັນ, ໂດຣນ, ແລະ ໝາຕຳຫຼວດ ເຂົ້າໄປຍັງພື້ນທີ່ເກີດເຫດເພື່ອຄົ້ນຫາຜູ້ສູນຫາຍຢ່າງເລັ່ງດ່ວນ.
ດ້ານລະບົບສາທາລະນູປະໂພກ ເປັນຕົ້ນແມ່ນ ໄຟຟ້າ, ນ້ຳປະປາ, ການສື່ສານ ແລະ ເສັ້ນທາງຄົມມະນາຄົມໃນເຂດທີ່ໄດ້ຮັບຜົນກະທົບ ແມ່ນຍັງສາມາດນຳໃຊ້ໄດ້ຕາມປົກກະຕິ. ຂະນະນີ້ ເຈົ້າໜ້າທີ່ກຳລັງເຝົ້າລະວັງ ແລະ ຕິດຕາມສະຖານະການແຜ່ນດິນໄຫວຕາມຫຼັງ (Aftershock) ຢ່າງໃກ້ຊິດ.
ທີ່ມາ: Xinhua News
Lao Youth Radio FM90MHz

