ອັດຕະປື ອະນຸຍາດ 6 ບໍລິສັດ ສຳປະທານຟື້ນຟູປ່າ ປູກຖົ່ວລຽນກວ່າ 528 ເຮັກຕາ

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງອັດຕະປື ໄດ້ອະນຸຍາດໃຫ້ 6 ບໍລິສັດເອກະຊົນ ເຂົ້າສຳປະທານໂຄງການຟື້ນຟູປ່າ ດ້ວຍການປູກໄມ້ໃຫ້ໝາກ “ຖົ່ວລຽນ” ເປັນສິນຄ້າ ໃນເນື້ອທີ່ລວມ 528,02 ເຮັກຕາ ຢູ່ເຂດບ້ານແບ່ງວິໄລ ແລະ ບ້ານພອນມະນີ ເມືອງສະໜາມໄຊ ແຂວງອັດຕະປື.

ໂຄງການດັ່ງກ່າວ ມີເປົ້າໝາຍເພື່ອຟື້ນຟູພື້ນທີ່ປ່າເສື່ອມໂຊມ ໃຫ້ກັບຄືນມາມີຄວາມຂຽວງາມ ພ້ອມທັງພັດທະນາການປູກຖົ່ວລຽນ ເຊິ່ງເປັນພືດເສດຖະກິດມູນຄ່າສູງ ເພື່ອຜະລິດເປັນສິນຄ້າສົ່ງອອກ, ສ້າງວຽກສ້າງລາຍໄດ້ໃຫ້ປະຊາຊົນໃນທ້ອງຖິ່ນ ແລະ ຊ່ວຍຂັບເຄື່ອນການເຕີບໂຕທາງເສດຖະກິດຂອງເມືອງສະໜາມໄຊ ແລະ ແຂວງອັດຕະປື ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ

ພິທີເຊັນສັນຍາສຳປະທານໂຄງການ ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2026 ທີ່ແຂວງອັດຕະປື ໂດຍເປັນການລົງນາມຮ່ວມມື ລະຫວ່າງ ຫ້ອງການຄະນະສົ່ງເສີມການລົງທຶນແຂວງ ໃນນາມພາກລັດ ແລະ 6 ບໍລິສັດເອກະຊົນ ໂດຍມີ ທ່ານ ສຸລິວົງ ອະໄພວົງ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການນີ້ ມີອາຍຸສຳປະທານ 30 ປີ ໂດຍແບ່ງພື້ນທີ່ດຳເນີນການອອກເປັນ 2 ເຂດຫຼັກ ຄື:

ບ້ານພອນມະນີ ເນື້ອທີ່ 343,23 ເຮັກຕາ ມີ 4 ບໍລິສັດເຂົ້າສຳປະທານ

ບ້ານແບ່ງວິໄລ ເນື້ອທີ່ 184,79 ເຮັກຕາ ມີ 2 ບໍລິສັດເຂົ້າດຳເນີນການ

ການລົງທຶນໃນຄັ້ງນີ້ ຖືເປັນອີກກ້າວສຳຄັນ ໃນການຊຸກຍູ້ການພັດທະນາກະສິກຳເປັນສິນຄ້າ ທັນສະໄໝ ແລະ ຍືນຍົງ ຄວບຄູ່ໄປກັບການອະນຸລັກສິ່ງແວດລ້ອມ ແລະ ການຟື້ນຟູພື້ນທີ່ປ່າໄມ້ ໃຫ້ກັບຄືນມາອຸດົມສົມບູນອີກຄັ້ງ.

ແຫຼ່ງຂ່າວ: ຂ່າວສານອອນລາຍ ອັດຕະປື

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles