ມອບ-ຮັບ ອຸປະກອນ ພາຍໃຕ້ໂຄງການຊ່ວຍເຫຼືອລ້າຈາກ ລັດຖະບານຍີ່ປຸ່ນ ໃນການສະໜອງອຸປະກອນອຳນວຍຄວາມສະດວກໃຫ້ແກ່ສະໜາມບິນສາກົນຂອງລາວ

ວັນທີ 1 ເມສາ 2026 ກະຊວງ ໂຍທາທິການ ແລະ ຂົນສົ່ງ ກົມການບິນພົນລະເຮືອນ ໄດ້ຈັດພິທີ ມອບ-ຮັບ ອຸປະກອນ ພາຍໃຕ້ໂຄງການຊ່ວຍເຫຼືອລ້າຈາກ ລັດຖະບານຍີ່ປຸ່ນ ໃນການສະໜອງອຸປະກອນອຳນວຍຄວາມສະດວກໃຫ້ແກ່ສະໜາມບິນສາກົນຂອງລາວ ພາຍໃຕ້ໂຄງ ການ “The Economic and Development Programme” ຂຶ້້ນ ທີ່ສະໜາມບິນສາກົນວັດໄຕ ໃຫ້ກຽດມອບໂດຍ ທ່ານ ໂຄະອິຊຶມິ ຊຶໂຕະມຸ ເອກອັກຄະຣາຊາທູດ ຜູ້ມີອຳນາດເຕັມ ແຫ່ງປະເທດ ຍີ່່ປຸ່ນ ປະຈໍາລາວ ແລະ ຮັບໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຕາງໜ້າຈາກກົມການບິນພົນລະເຮືອນສະຖານທູດ ຍີ່ປຸ່ນ ປະຈຳລາວ ຫ້ອງການຮ່ວມມືສາກົນຍີ່ປຸ່ນປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພິທີມອບ-ຮັບອຸປະກອນໃນຄັ້ງນີ້ ເປັນການຂີດໝາຍສະແດງເຖິງຜົນສຳເລັດ ໂຄງການຊ່ວຍເຫຼືອລ້າຈາກ ລັດຖະບານຍີ່ປຸ່ນ ໃນການສະໜອງອຸປະກອນອຳນວຍຄວາມສະດວກໃຫ້ແກ່ສະໜາມບິນສາກົນຂອງລາວ ທີ່ໄດ້ເລີ່ມປະຕິບັດແຕ່ປີ 2021 ເປັນຕົ້ນມາ ເຊິ່ງມີມູນຄ່າໂຄງການທັງໝົດ 1 ຕື້ເຢນ (ປະມານ 8,77 ລ້ານໂດລາສະຫະລັດ) ເພື່ອສະໜອງອຸປະກອນ ແລະ ພາຫະນະຮັບໃຊ້ບໍລິການເຮືອບິນ ໃຫ້ແກ່ກອງສະ ໜາມບິນລາວ ແລະ ບໍລິສັດ ລາວ-ຍີ່ປຸ່ນ ບໍລິການ ອາຄານສະໜາມບິນຈຳກັດ ຈຳນວນທັງໝົດ 21 ລາຍການ ເປັນຕົ້ນ ລົດເມຮັບ-ສົ່ງຜູ້ໂດຍສານ ລົດຍູ້ເຮືອບິນ ຂົວເຊື່ອມຕໍ່ເຮືອບິນ ລົດລໍາລຽງກະເປົາຂຶ້ນເຮືອບິນ ລົດປະຖົມພະຍາບານ ເຄື່ອງກວດທາດລະເບີດ ແລະ ເຄື່ອງກວດກະເປົ່າຜູ້ໂດຍສານ ເພື່ອນໍາໃຊ້ເຂົ້າໃນວຽກງານບໍລິການສະໜາມບິນ ໃຫ້ມີຄວາມປອດໄພ ປ້ອງກັນຄວາມປອດໄພ ແລະ ສະດວກສະບາຍ ເພີ່ມຂຶ້ນ.

ທີ່ມາ: ວຽງຈັນໃໝ່

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles